ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດການເຝິກກຊ້ອມກອບກູ້ໄພພິບັດ ກອງທັບ ກໍາປູເຈຍ -ລາວ-ຫວຽດນາມ

Nov 26, 2024

ການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ (ກໍາປູເຈຍ-ລາວ -ຫວຽດນາມ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 25 ພະຈິກ 2024 ນີ້, ຢູ່ສູນເຝິກ ສາລະວັດທະຫານ ພະນົມໂຈມ ແສນຣິກເຮຍ ແຂວງ ກຳປົງສະນັງ ຣາຊະອານາຈັກກຳປູເຈຍ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ເຕຍ ໄຊຮາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ.
ໃນພິທີ ໄດ້ຮັບຊົມການເຝີກຊ້ອມຊອກຄົ້ນ ແລະ ກອບກູ້ຜູ້ປະສົບໄພພິບັດອາຄານຖະຫຼົ່ມ ເພື່ອຊອກຫາຜູ້ປະສົບໄພທີ່ຕົກຄ້າງຢູ່ໃນອາຄານ ແລະ ຍົກຍ້າຍຜູ້ປະສົບໄພ ຫຼື ຜູ້ບາດເຈັບ ໄປຫາເຂດທີ່ປອດໄພເເລ້ວນໍາສົ່ງໄປປິ່ນປົວຢູ່ໂຮງໝໍແນວຫຼັງ ດ້ວຍການນໍາໃຊ້ກຳລັງເຝີກຊ້ອມ ທັງ 3 ກອງທັບ.
ຈາກນັ້ນ, ທ່ານ ພົນຕີ ແປນ ສຸກຣິດວິດເຍຍ ຫົວໜ້າສໍານັກງານເຝີກອົບຮົມ, ປະທານອະນຸກຳມະການເຝີກຊ້ອມ ກຳປູເຈຍ -ລາວ- ຫວຽດນາມ ແຫ່ງ ກອງທັບຣາຊະອານາຈັກກຳປູເຈຍ ໄດ້ຕາງໜ້າໃຫ້ຄະນະຊີ້ນໍາການເຝິກຊ້ອມ 3 ກອງທັບ ຂຶ້ນລາຍງານຜົນສໍາເລັດຂອງການເຝິກຊ້ອມຮ່ວມ 3 ກອງທັບ ພາຍໃຕ້ຫົວຂໍ້: ”ການເຝິກຊ້ອມກອບກູ້ໄພພິບັດ ອາຄານຖະຫຼົ່ມ” ເຊິ່ງໄດ້ແບ່ງອອກເປັນສອງເນື້ອໃນຄື: ໂຮງໝໍພາກສະໜາມຂັ້ນ 1 ແລະ ໂຮງໝໍພາກສະໜາມຂັ້ນ 2 ໄລຍະເວລາການເຝິກຊ້ອມຮ່ວມ 11 ວັນ ເລີ່ມແຕ່ວັນທີ 16-26 ພະຈິກ 2024 ມີ ກໍາລັງພົນເຂົ້າຮ່ວມທັງໝົດ 698 ຄົນ, ຝ່າຍກໍາປູເຈຍ 563 ຄົນ, ຝ່າຍ ລາວ 64 ຄົນ, ຝ່າຍຫວຽດນາມ 71 ຄົນ.
ຝ່າຍກຳປູເຈຍໃຊ້ອຸປະກອນ-ເຕັກນິກ ສໍາລັບອາຄານຖະຫຼົ່ມທັງໝົດ 27 ຊະນິດ, ເຮລິຄອບເຕີ MI-17 1 ຄັນ, ລົດສຸກເສີນ 7 ຄັນ, ເຕັນ 12 ດາງ, ອຸປະກອນການແພດ 34 ຊະນິດ ແລະ ອຸປະກອນອື່ນໆ, ຝ່າຍຫວຽດນາມໃຊ້ລົດສຸກເສີນ 1 ຄັນ, ລົດຊ່າງແສງ 1 ຄັນ ແລະ ລົດ 12 ບ່ອນນັ່ງ 1 ຄັນ ພ້ອມທັງອຸປະກອນຈໍາເປັນອີກຈໍານວນໜຶ່ງ, ສ່ວນຝ່າຍລາວ ໃຊ້ອຸປະກອນໃນອາຄານຖະຫຼົ່ມ ຈໍານວນໜຶ່ງ. ຜ່ານການເຝິກຊ້ອມຮ່ວມກັນເຫັນວ່າ ໄດ້ປະຕິບັດຕາມແຜນການຢ່າງສໍາເລັດຜົນ ແລະ ຮັບປະກັນຄວາມປອດໄພ ທັງຄົນ ແລະ ວັດສະດຸອຸປະກອນ ໄດ້ 100%. ນອກຈາກການເຝີກຊ້ອມຮ່ວມຕາມແຜນການ, ຍັງໄດ້ຈັດຕັ້ງການແຂ່ງຂັນກິລາການທະຫານນັກຮົບແຂງແຮງ, ເດີນທາງໄປຢ້ຽມ ຢາມອະນຸສາວະລີຊະນະ-ຊະນະ, ສະແດງສິລະປະວັດທະນະທຳພື້ນເມືອງ ຂອງກຳປູເຈຍ, ເຂົ້າຮ່ວມການອອກກໍາລັງກາຍ, ຊົມໂຄມໄຟ ແລະ ຟ້ອນມ່ວນຊື່ນຮ່ວມກັນ ສ້າງຄວາມສາມັກຄີມິດຕະພາບອັນໃຫຍ່ຫຼວງ ລະຫວ່າງ ສາມກອງທັບ.
ຜ່ານການເຄື່ອນໄຫວດັ່ງກ່າວ ສະແດງໃຫ້ເຫັນຄວາມສໍາຄັນ ຂອງຄວາມສາມັກຄີ ລະຫວ່າງ ກອງທັບ ກໍາປູເຈຍ-ລາວ -ຫວຽດ ນາມ ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກສະຖານະການ, ເຄົາລົບຮັກແພງເຊິ່ງກັນ ແລະ ກັນ ຮ່ວມມືກັນຢ່າງມີຜົນສໍາເລັດ.
ທີ່ມາ: ໜັງສືພິມກອງທັບ
May be an image of 3 people
May be an image of 7 people