ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດງານບຸນທອດຖວາຍຜ້າປ່າສາມັກຄີ ລາວ-ໄທ ເພື່ອສົມທົບທຶນສ້າງໂຮງຮຽນສົງທີ່ວັດສີນວນ ຈັງວັດຂອນແກ່ນ

May 26, 2025

ສະມາຄົມລາວ-ໄທ ເພື່ອມິດຕະພາບ ແລະ ພຸດທະສາສະນິກະຊົນລາວ ໄດ້ຮ່ວມກັນເປັນເຈົ້າສັດທາ ທອດຖວາຍຜ້າປ່າສາມັກຄີ ລາວ-ໄທ ທີ່ວັດສີນວນ, ຈັງຫວັດຂອນແກ່ນ, ປະເທດໄທ, ໃນວັນທີ 25 ພຶດສະພາ 2025.
ບຸນທອດຖວາຍຜ້າປ່າສາມັກຄີ ໃນຄັ້ງນີ້, ແມ່ນສະມາຄົມລາວ-ໄທ ເພື່ອມິດຕະພາບ ຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ສູນກາງແນວລາວສ້າງຊາດ, ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາຈັງຫວັດຂອນແກ່ນ ໄດ້ຕັ້ງກອງຜ້າປ່າສາມັກຄີຂຶ້ນ ຢູ່ ທີ່ວັດອົງຕື້ມະຫາວິຫານ, ນະຄອນຫຼວງວຽງຈັນ ເພື່ອນໍາໄປທອດຖວາຍ ທີ່ວັດສີນວນ, ຈັງຫວັດຂອນແກ່ນ, ປະ ເທດໄທ ໃນວັນທີ 25 ພຶດສະພາ 2025 ເຊິ່ງເປັນກິດຈະກຳໜຶ່ງ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງ ການທູດ ລະຫວ່າງ ສປປ ລາວ ແລະ ປະເທດໄທ ຄົບຮອບ 75 ປີ, ວັນສ້າງຕັ້ງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຄົບຮອບ 32 ປີ ແລະ ເພື່ອເປັນການສົມທົບທຶນສ້າງອາຄານວັດ ແລະ ໂຮງຮຽນສົງ ທີ່ວັດສີນວນ, ຈັງຫວັດຂອນແກ່ນ, ປະເທດໄທ.
ງານບຸນທອດຖວາຍຜ້າປ່າສາມັກຄີ ລາວ-ໄທ ຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວຽງເງິນ ໄຂຄຳພິທູນ ພັນລະຍາທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫຼີ ບຸນຄໍ້າ ປະທານສະມາຄົມລາວ-ໄທ ເພື່ອມິດຕະພາບ, ທ່ານ ກຽດຕິຄຸນ ຊາດປະເສີດ ປະທານສະມາຄົມໄທ-ລາວ ເພື່ອມິດຕະພາບ ພ້ອມດ້ວຍອະດີດການນຳຈາກ ສປປ ລາວ ແລະ ບັນດາພຸດທະສາສະນິກະຊົນຈາກນະຄອນຫຼວງວຽງຈັນ ແລະ ຈັງຫວັດຂອນແກ່ນກໍ່ໄດ້ເຂົ້າຮ່ວມໃນງານບຸນທອດ ຖວາຍຜ້າປ່າສາມັກຄີໃນຄັ້ງນີ້ດ້ວຍ.
ງານບຸນທອດຖວາຍຜ້າປ່າສາມັກຄີ ເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນສອງຊາດ ລາວ ແລະ ໄທ; ທັງເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ໄທ ເວົ້າລວມ, ເວົ້າສະເພາະລະຫວ່າງ ນະຄອນຫຼວງວຽງຈັນ ກັບຈັງຫວັດຂອນແກ່ນ ທີ່ໄດ້ລົງນາມເປັນເມືອງມິດຕະພາບນຳກັນ ມາແຕ່ວັນທີ 8 ຕຸລາ 2024, ເພື່ອເປີດໂອກາດໃຫ້ປະຊາຊົນຂອງທັງສອງຊາດ ກໍ່ຄືສອງນະຄອນ ໄດ້ມີການພົບປະແລກປ່ຽນ ແລະ ສ້າງສາຍພົວພັນໃນລະດັບປະຊາຊົນກໍ່ຄືການເຄື່ອນໄຫວວຽກງານການທູດປະຊາຊົນຂອງສອງສະມາຄົມລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ.
May be an image of 2 people, dais, temple and text
May be an image of 10 people, temple and text