ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດເຝິກອົບຮົມເປັນຄູເຝິກ ໃນການສົ່ງເສີມບົດບາດ ແລະ ຄວາມສະເໝີພາບທາງເພດ

Jul 28, 2025

ຊຸດເຝິກອົບຮົມຄູເຝິກ ຫົວຂໍ້: ບົດບາດ ແລະ ຄວາມສະເໝີພາບທາງເພດ ໃຫ້ແກ່ພະນັກງານໂຄງການ ແລະ ສະມາຄົມນັກຂ່າວແຫ່ງ ສປປ ລາວ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL, ອົງການແຄ໌ນານາຊາດປະຈຳລາວ; ໂດຍມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ລວມທັງພະນັກງານໂຄງການ, ສະມາຄົມນັກຂ່າວແຫ່ງ ສປປ ລາວ, ຕົວແທນຈາກກົມສື່ມວນຊົນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ນັກຂ່າວຈາກແຂວງຕ່າງໆ ເຊັ່ນ : ແຂວງຫຼວງພະບາງ, ຈຳປາສັກ, ແລະ ສາລະວັນ ເຂົ້າຮ່ວມ.
May be an image of 4 people and text May be an image of 4 people, people studying and text
ໂດຍມີຜູ້ນຳພາອົບຮົມຈາກ ທີ່ປຶກສາວຽກງານບົດບາດທາງເພດ ແລະ ການສົ່ງເສີມເສດຖະກິດຂອງແມ່ຍິງ, ອົງການແຄຣ໌ ລາວ, ຊ່ຽວຊານຈາກໂຄງການສັດຕະວະແພດໄຮ້ພົມແດນ ຈາກປະເທດການາດາ ປະຈຳອົງການແຄຣ໌ ລາວ ເປັນຜູ້ນຳພາການເຝິກອົບຮົມ ໂດຍໃຫ້ຄວາມສຳຄັນກັບການສ້າງຄວາມເຂົ້າໃຈກ່ຽວກັບຄວາມສະເໝີພາບທາງເພດ ແລະ ວິທີການນຳໃຊ້ເຄື່ອງມືເຝິກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມ.
ຈຸດປະສົງເພື່ອສ້າງຄວາມສາມາດຂອງຄູເຝິກໃນຫົວຂໍ້ກ່ຽວກັບຄວາມສະເໝີພາບທາງເພດ, ສາມາດນໍາສະເໜີຫົວຂໍ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການຂຽນຂ່າວສີຂຽວ, ສາມາດນໍາໃຊ້ເຄື່ອງມືໃນການເຝິກອົບຮົມໃຫ້ຜູ້ເຂົ້າຮ່ວມລະດັບຕ່າງໆ (ໃນພາກລັດ, CSO, ນັກຂ່າວພົນລະເມືອງ ) ໃນຫົວຂໍ້ຄວາມສະເຫມີພາບລະຫວ່າງຍິງ-ຊາຍ, ສາມາດພັດທະນາເຄື່ອງມືການເຝິກອົບຮົມຂອງຕົນເອງໃນຫົວຂໍ້ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ, ສາມາດເປັນຄູເຝິກ ແລະ ສາມາດປະເມີນຜົນການເຝິກອົບຮົມ ເພື່ອປັບປຸງ ແລະ ພັດທະນາຕໍ່ໄປໄດ້.
May be an image of 7 people, dais and text May be an image of 3 people, people studying, table and text that says 'Quare Ocare Ocare Ocare OCATE Oae Ocare Ocare Ocare Ocare Dcare Qcare Ocare Ocare Ocare Ocare Ocare Ocare Ocare Ocare Ocare m Gcare Ocare Gcare Ocare Ocare Ocare Ccare Gaare pacare Ocare 처움'
ຜູ້ເຂົ້າຮ່ວມທີ່ຜ່ານການເຝິກອົບຮົມຈະໄດ້ຮັບໃບຢັ້ງຢືນ ແລະ ຈະຖືກຄັດເລືອກເພື່ອຂຶ້ນສອນຕົວຈິງໃຫ້ແກ່ຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ ໃນການເຝິກອົບຮົມຕໍ່ໄປໃນທ້າຍເດືອນກໍລະກົດນີ້.
ຂ່າວ-ພາບ : ວສລ