ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສິນຄ້າກະສິກຳ ແລະ ຫັດຖະກໍາ ທີ່ວາງສະແດງໃນໂອກາດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ໄດ້ຮັບຄວາມສົນໃຈເປັນຢ່າງດີ

Mar 5, 2025

ສິນຄ້າກະສິກຳ ແລະ ຫັດຖະກໍາ ທີ່ເປັນເອກະລັກຂອງເມືອງເຟືອງ ແຂວງວຽງ ຈັນ ໄດ້ຮັບຄວາມສົນໃຈຈາກບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນອົງ ຄະນະພັກເມືອງເຟືອງ ຄັ້ງທີ VIII ທີ່ຈັດຂື້ນລະຫວ່າງວັນທີ 5-6 ມີນາ 2025.
ທ່ານ ວຽງຊໍາ ກວ້າງມະນີວັນ, ຫົວໜ້າຫ້ອງການອຸດສະຫະກໍາ ແລະການຄ້າເມືອງ ໃຫ້ສໍາພາດວ່າ: ບັນດາຮ້ານທີ່ນໍາມາວາງສະແດງໃນໂອກາດກອງປະຊຸມໃຫ່ຍຄັ້ງນີ້ ແມ່ນເນັ້ນໃສ່ສິນຄ້າກະສິກຳ ແລະອຸດສະຫະກຳເປັນຕົ້ນຕໍ ເພື່ອຊຸກຍູ້ສົ່ງເສີມໃຫ້ທົ່ວສັງຄົມນໍາໃຊ້ສິນຄ້າທີ່ສາມາດຜະລິດໄດ້ພາຍໃນເມືອງຫລາຍຂື້ນ ແນໃສ່ເຮັດໃຫ້ເສດ ຖະກິດຂອງເມືອງຂະຫຍາຍຕົວ, ທັງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນ ກໍ່ຄືຊາວກະສິກອນດີຂື້ນເປັນກ້າວໆ ນອກ ຈາກສິນຄ້າກະສິກຳ ແລະ ຫັດຖະກໍາແລ້ວ ຍັງໄດ້ວາງສະແດງຮູບພາບການເຕີບໃຫ່ຍຂະຫຍາຍຕົວ, ຜົນງານ ແລະໄຊຊະ ນະຂອງຂະແໜງການຕ່າງໆ ພາຍໃຕ້ການຊີ້ນໍາໆພາຂອງອົງຄະນະພັກເມືອງຕະ ຫລອດໄລຍະ 5 ປີ ນັບແຕ່ 2020-2024.
ທ່ານ ວຽງຊໍາ ກວ້າງມະນີວັນ ຍັງໄດ້ສະແດງຄວາມຮູ້ສຶກພາກພູມໃຈທີ່ໄດ້ເປັນສ່ວນໜື່ງປະກອບ ສ່ວນ ແລະເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ນີ້ ແລະ ອວຍພອນໃຫ້ການນໍາພັກ-ລັດທຸກຂັ້ນຈົ່ງປະສົບຜົນສໍາເລັດທຸກດ້ານ ເພື່ອສືບຕໍ່ຊີ້ນໍາໆພາເມືອງເຟືອງໄດ້ຮັບການພັດທະນາ ແລະໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ຂ່າວ:ຈັນທະສອນ ສີຫານາດ
ພາບ:ຕາລີເຊ້ຍ ລໍ່ມີໄຊ
อาจเป็นรูปภาพของ 3 คน, เห็ดหอม และ ข้อความ
อาจเป็นรูปภาพของ 6 คน และ คะน้าฝรั่ง
อาจเป็นรูปภาพของ 1 คน และ ข้อความ