ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ອົງການປົກຄອງແຂວງຈຳປາສັກ ຕາງໜ້າ ໂດຍ ພະແນກແຜນການ ແລະ ການລົງທຶນແຂວງໄດ້ ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ພັດທະນາກະສິກຳ ແລະ ປ່າໄມ້ ປາກຊ່ອງ ຈຳກັດຜູ້ດຽວ ກ່ຽວກັບການສຶກສາສໍາຫລວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການ ປູກກາເຟກາງ, ແມັກຄາເດເມຍ, ມອນ ແລະ ຖົ່ວລຽນ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານພະໜວນດົງ ເມືອງປາກຊ່ອງ.
ພິທີເຊັນບົດບັນທຶກດັ່ງກ່າວ ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ທີ່ແຂວງຈໍາປາສັກ ຕາງໜ້າລົງນາມໂດຍທ່ານ ສົມພອນ ພົມມີໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງແລະ ທ່ານອໍານວຍການບໍລິສັດ ພັດທະນາກະສິກຳ ແລະ ປ່າໄມ້ ປາກຊ່ອງ ຈຳກັດຜູ້ດຽວ, ໂດຍການເຂົ້າຮວ່ມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ.
ການລົງທຶນພັດທະນາ ໂຄງການດັ່ງກ່າວກວມເອົາເນື້ອທີ່ 150 ເຮັກຕາ ມີໄລຍະເວລາໃນການສຶກສາສໍາຫລວດ 12 ເດືອນ, ກິດຈະການຂອງໂຄງການປະກອບມີ ປູກກາເຟກາງ, ປູກແມັກຄາເດເມຍ, ປູກມອນ ແລະ ໝາກຖົ່ວລຽນ ໃນນີ້, ຕ້ອງໄດ້ມີການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ.



