ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຶກສາຄວາມເປັນໄປໄດ້ໂຄງການພັດທະນາພະລັງງານລົມ ຢູ່ເມືອງຕະໂອ້ຍ

Oct 29, 2024

ເມື່ອບໍ່ດົນມານີ້, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ສຶກສາສຳຫລວດຄວາມເປັນໄປໄດ້ ໂຄງການພັດທະນາພະລັງງານດ້ວຍລົມ ທີ່ມີກໍາລັງຕິດຕັ້ງ 5 ເມກາວັດ ຢູ່ເມືອງຕະໂອ້ຍ ແຂວງສາລະວັນ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ໂພທີຍາ ວົງຈອມສີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ທ່ານ ເຊີນ ເຕີຊ້າຍ ປະທານບໍລິສັດ MIND BRIDGE CONSULTING & DEVELOPING PTE LTD.
ເມືອງຕະໂອ້ຍ, ມີທ່າແຮງ ແລະ ເງື່ອນໄຂໃນພັດທະນາໂຄງການ ເພື່ອຜົນປະ ໂຫຍດລວມຂອງປະຊາຊົນ ເຊິ່ງການພັດທະນາໂຄງການຜະລິດພະລັງງານລົມ ນອນຢູ່ໃນເປົ້າໝາຍການພັດທະນາຂອງແຂວງໃນການຜະລິດ ແລະ ສະໜອງໄຟຟ້າພາຍ ໃນ. ພາຍຫລັງລົງນາມເຊັນບົດບັນທຶກຄວາມເຂົ້າ ໃຈ(MOU) ແຂວງສາລະວັນ ອະນຸຍາດໃຫ້ບໍລິສັດ ດຳເນີນການສຶກສາ-ສຳຫລວດເນື້ອທີ່ຕາມຂອບເຂດໂຄງການ, ສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ (FS), ສໍາຫລວດວິເຄາະ, ວິໄຈຂໍ້ ມູນ ແລະ ຕີລາຄາຄວາມອາດສາມາດກ່ຽວກັບເນື້ອທີ່ຂອງໂຄງການ ແລະ ປະສິດທິຜົນການລົງທຶນໃນໂຄງການພັດທະນາພະລັງງານລົມ ເພື່ອສ້າງບົດວິພາກເສດຖະ ກິດ-ເຕັກນິກ, ສຶກສາການປະເມີນຜົນກະທົບດ້ານສິ່ງແວດລ້ອມ (IEE), ປະເມີນຜົນກະທົບເບື້ອງຕົ້ນຕໍ່ສັງຄົມ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ