ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວເຂດສະຫງວນຄອງນໍ້າວຽງຈັນ

Jul 29, 2024

ກຸ່ມບໍລິສັດ ອຸດສາຫະກໍາເຕັກໂນໂລຊີກະສິກໍາລາວ ຈໍາກັດ ໄດ້ຮັບອະນຸຍາດໃຫ້ສຶກສາ ສໍາຫຼວດຄວາມເປັນໄປໄດ້ໃນການ ລົງທຶນພັດທະນາແຫຼ່ງທ່ອງທ່ຽວດ້ານກະສິກໍາ (ເຂດສະຫງວນຄອງນໍ້າວຽງຈັນ) ແຕ່ສະໜາມ ກ໋ອບເລັກວິວ ຫາ ຂົວນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ(ນວ) ໂດຍຄາດວ່າຈະໃຊ້ເວລາສຶກສາ ສໍາຫຼວດ 12 ເດືອນ ແລະ ໃຊ້ງົບປະມານໃນການລົງ ທຶນ 10 ລ້ານໂດລາສະຫະລັດ ແລະ ໃຊ້ເວລາໃນການສຶກສາ.
ພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ ຈັດຂຶ້ນວັນທີ 26 ກໍລະກົດ 2024 ຢູ່ພະແນກແຜນການ ແລະ ການ ລົງທຶນ ນວ ເຊິ່ງລົງນາມໂດຍ ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ແລະ ທ່ານ YU JUNTAO ຜູ້ອໍານວຍການກຸ່ມບໍລິສັດ ອຸດສາຫະກໍາເຕັກໂນໂລຊີກະ ສິກໍາລາວ ຈໍາກັດ.
ທ່ານ YU JUNTAO ກ່າວວ່າ: ໂຄງການລົງທຶນພັດທະນາແຫຼ່ງທ່ອງທ່ຽວດ້ານກະສິກໍາ (ເຂດສະ ຫງວນຄອງນໍ້າວຽງ ຈັນ) ແຕ່ສະໜາມ ກ໋ອບເລັກວິວ ຫາ ຂົວນາຄວາຍ ມີຄວາມຍາວປະ ມານ 4.858 ແມັດ ໂດຍຜ່ານ 9 ບ້ານ ຄື: ບ້ານໂຊກນ້ອຍ ບ້ານຊໍາເຄ່ ບ້ານໂພນທອງ ບ້ານນາບຽນ ບ້ານຂາມງອຍ ບ້ານດຸງ ບ້ານນາສ້າງໄພ ບ້ານໄຮ່ຄໍາ ແລະ ບ້ານນາຄວາຍກາງ ເພື່ອພັດທະນາແຫຼ່ງທ່ອງທ່ຽວດ້ານກະ ສິກໍາ ກັບ ອົງການປົກຄອງ ນວ ໃຫ້ສໍາເລັດຕາມຈຸດປະສົງທີີ່ວາງໄວ້ ແລະ ເພື່ອເປັນບ່ອນອີງໃຫ້ບໍລິສັດ ເຂົ້າເຖິງຂໍໍ້ມູນທີີ່ຈໍາເປັນ ລະອຽດຊັດເຈນຈາກຂະແໜງການກ່ຽວ ຂ້ອງຂອງລັດ ໃນການນໍາໃຊ້ຂໍໍ້ມູນດັ່ງກ່າວເຂົ້າໃນການສຶກສາຄວາມ ເປັນໄປໄດ້ໃນການລົງທຶນ ເພືີ່ອສະເໜີອົງການປົກຄອງ ນວ ຄົົ້ນຄວ້າ ແລະ ພິຈາລະນາໃນການລົງນາມສັນຍາພັດທະນາໂຄງການ ຕາມກົດໝາຍ ແລະ ລະບຽບການທີ່ລັດຖະບານລາວວາງອອກ.
ທີ່ມາ: ວຽງຈັນໃໝ່
May be an image of 12 people, dais and text