ວັນທີ 18 ພະຈິກ 2024 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາຄວາມ ເປັນໄປໄດ້ໃນການລົງທຶນເພື່ອພັດທະນາໂຄງການໂຮງໝໍທັນສະໄໝສີທັນດອນ ເມືອງໂຂງ ແຂວງຈຳປາສັກ ລະຫວ່າງ ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ບໍລິສັດ ພັດທະນາສີທັນດອນ ຈຳກັດ ແລະ ໂຮງໝໍ, ເຊິ່ງເປັນພາກສ່ວນໜຶ່ງທີ່ສຳຄັນຂອງໂຄງການຮ່ວມມືລະຫວ່າງ ລາວ-ຈີນ.
ພາຍຫຼັງການປຶກສາຫາລືຮ່ວມກັນລະຫວ່າງ 3 ຝ່າຍ, ໄດ້ຕົກລົງເປັນເອກະພາບກັນວ່າກຸ່ມໂຮງໝໍ SuperiorMed & Perennial Hospitals ຈະແນະນຳເຕັກໂນໂລຢີການແພດຊັ້ນນຳຂອງໂລກ, ຄວາມສາມາດດ້ານການແພດລະດັບສູງ, ແຫຼ່ງການແພດທີ່ສົມບູນ ແລະ ການບໍລິການດ້ານການແພດທີ່ມີຫົວຄິດປະດິດສ້າງ, ເພື່ອແນໃສ່ຮ່ວມກັນປັບປຸງລະດັບການແພດຂອງ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ, ຟື້ນຟູໂຄງການທ່ອງທ່ຽວດ້ານການແພດ ແລະ ດຶງດູດການລົງທຶນຈາກຕ່າງປະເທດໃຫ້ມີການພັດທະນາທີ່ມີຜົນດີຕໍ່ສາມຝ່າຍ ດ້ວຍເຫດຜົນດັ່ງກ່າວຈິ່ງຮ່ວມກັນລົງນາມເພື່ອຈັດຕັ້ງປະຕິບັດໃນການກະກຽມ ເເລະ ຊຸກຍູ້ໃຫ້ໂຄງການດັ່ງກ່າວ.
ພິທີດັ່ງກ່າວ, ລົງນາມ ໂດຍ ທ່ານ ນາງ ອາພອນ ວິຊາເທບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, Mr. Xiang Li President of STD ຜູ້ຕາງໜ້າ ບໍລິສັດຮ່ວມພັດທະນາ ສີທັນດອນ ຈຳກັດ, Ms. Sharon Yin, CEO ໂຮງໝໍ SuperiorMed& Perennial Hospitals , ໂດຍການເຂົ້າຮ່ວມເປັນສັກຂີພິຍານ ມີ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາກົມ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
ທີ່ມາ: ສູນຂ່າວສານການແພດ





