ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຶກສາອົບຮົມກຸ່ມມົ້ວສຸມສິ່ງເສບຕິດ ດື່ມນຳ້ກະທ້ອມ, ຄໍລາເຈນ ແລະ ຢາສູບໄຟຟ້າ

Nov 14, 2024

ຕອນເຊົ້າວັນທີ 13 ພະຈິກ 2024 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ເມືອງອາດສະພອນ, ແຂວງສະຫວັນນະເຂດ ໄດ້ມີການສຶກສາອົບຮົມກຸ່ມມົ້ວສຸມສິ່ງເສບຕິດ ດື່ມນຳ້ກະທ້ອມ, ຄໍລາເຈນ ແລະຢາສູບໄຟຟ້າ. ໂດຍການເຂົ້າຮ່ວມຂອງ ທ່ານ ພັທ ອຸເປຂາ ເທື່ອນທຳມະຈັກ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ຜູ້ມົ້ວສຸມສິ່ງເສບ ຕິດ ຈຳນວນ 27 ຄົນ, ຍິງ 8 ຄົນ ເຂົ້າຮ່ວມ.
ຜູ້ກະທຳຜິດດ້ານການມົ້ວສຸມສິ່ງເສບຕິດ ດື່ມນຳ້ກະທ້ອມ,ຄໍລາເຈນ ແລະຢາສູບໄຟຟ້າ ຈຳນວນ 27ຄົນ, ຍິງ 8 ຄົນ, ຢຶດໄດ້ຂອງກາງ ລວມມີ: ຢາສູບໄຟຟ້າ 48 ຫຼອດ, ນຳ້ກະທ້ອມ 8 ລິດ, ຊຸດໃບກະທ້ອມ 4 ຊຸດ, ຢາດີໄອ 63 ກ່ອງ
ທັງນີ້ ເພື່ອເຮັດໃຫ້ບັນດາກຸ່ມເປົ້າໝາຍມົ້ວສຸມຕໍ່ສິ່ງເສບຕິດດັ່ງກ່າວ ຮູ້ໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງສິ່ງເສບຕິດ, ທັງ ເປັນການຍົກສູງຄວາຍຮູ້, ຄວາມເຂົ້າໃຈ ຕໍ່ການກະທຳສິ່ງທີ່ຜິດ ແລະຖືກ, ພ້ອມທັງໃຫ້ຫ່າງໄກຈາກສິ່ງເສບຕິດ ບໍ່ໃຫ້ຕົກເປັນທາດຂອງສິ່ງເສບຕິດ ແລະໃຫ້ເປັນພົນລະເມືອງທີ່ດີຂອງຄອບຄົວ, ຂອງສັງຄົມລາວ, ພາຍຫຼັງສຳເລັດການສຶກສາອົບຮົມ ຍັງໄດ້ເຮັດບົດບັນທຶກຕໍ່ກັບບັນດາບຸກຄົນຢູ່ໃນກຸ່ມເປົ້າໝາຍຕື່ມອີກ, ຖ້າ ຫາກພວກກ່ຽວບໍ່ຢຸດເຊົາ, ຍັງໄປຫຍຸ້ງກ່ຽວກັບສິ່ງເສບ ຕິດຄືເກົ່າ ຈະປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ຂ່າວ: ຖວທ ເມືອງອາດສະພອນ