ສຶກສາອົບຮົມຜູ້ຂັບຂີ່ລົດທີ່ດັດແປງສະພາບເຕັກນິກລົດຈັກ

ວັນທີ 19 ກັນຍາ 2024, ກອງບັນຊາການ ປກສ ເມືອວຽງພູຄາ ແຂວງຫຼວງນໍ້າທາ ໄດ້ອອກກວດກາເຄື່ອນໄຫວຕາມເທດບານ ເມືອງວຽງພູຄາ ພົບເຫັນຜູ້ລະເມີດການສັນຈອນ ໂດຍການດັດແປງສະພາບເຕັກນິກລົດຈັກ ຈຳນວນ 11 ຄັນ; ດັ່ງນັ້ນ, ຈຶ່ງໄດ້ນໍາຜູ້ທີ່ລະເມີດ ມາສຶກສາອົບຮົມກ່າວເຕືອນ, ໂດຍມີ ຮອ ສີລາ ສຸລິວັນ ຮອງຫົວໜ້າພະແນກຕຳຫຼວດ ຜູ້ຊີ້ນຳວຽກງານກອງຈະລາຈອນ ເມືອງວຽງພູຄາ ພ້ອມດ້ວຍພະນັກງານວິຊາສະເພາະ, ພໍ່ແມ່ຜູ້ປົກຄອງ ແລະ ຜູ້ຖືກສຶກສາອົບຮົມ ເຂົ້າຮ່ວມ.
ລົດຈັກທີ່ດັດແປງສະພາບເຕັກນິກລົດທັງໝົດ 11 ຄັນ, ຜູ້ ລະເມີດ 11 ຄົນ ອາຍຸ 16 ຫາ 20 ປີ. ໃນນີ້, ດັດແປງໄຟຕາລົດ (ໄຟສີ) ຈໍານວນ 4 ຄັນ, ດັດແປ່ງທໍ່ອາຍເສຍສຽງດັງເກີນ 4 ຄັນ, ລົດໄຟຕາບໍ່ຮຸ່ງ 3 ຄັນ ເຊິ່ງເປັນການລະເມີດກົດລະບຽບການສັນ ຈອນທາງບົກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
ຮູບການສຶກສາອົບຮົມໃນຄັ້ງນີ້, ແມ່ນໄດ້ສ້າງບົດບັນທຶກ ພ້ອມທັງແນະນໍາໃຫ້ເຂົາເຈົ້ານຳເອົາເຄື່ອງອາໄລ ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນ ຈຶ່ງອານຸຍາດນຳເອົາລົດອອກໄປຊົມໃຊ້ ພ້ອມນັ້ນກໍໄດ້ມອບໃຫ້ພໍ່ແມ່ຜູ້ປົກຄອງສືບຕໍ່ເອົາໃຈໃສ່ໃນການຕິດຕາມສຶກສາອົບຮົມສັງສອນ ແລະ ຄຸ້ມຄອງການຫຼີ້ນ-ການທ່ຽວຂອງລູກຫຼານ, ຖ້າຫາກຜູ້ໃດຝ່າຝືນທາງເຈົ້າໜ້າທີ່ພົບເຫັນ ຈະໄດ້ດຳເນີນຕາມລະບຽບກົດໝາຢ່າງເຂັ້ມງວດ.
ຂ່າວ: ວທ ສຸກພາວັນ ຈິດດໍາລົງ






