ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຶກສາອົບຮົມໃຫ້ແກ່ຊາວໜຸ່ມຜູ້ຫຼົງຜິດຢູ່ຄ້າຍຄຸມຂັງ-ດັດສ້າງ

Jan 11, 2025

ສຶກສາອົບຮົມໃຫ້ແກ່ຊາວໜຸ່ມຜູ້ຫຼົງຜິດຢູ່ຄ້າຍຄຸມຂັງ-ດັດສ້າງ
ວັນທີ 09 ມັງກອນ 2025, ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ໄດ້ຈັດພິທີສຶກສາອົບຮົມຊາວໜຸ່ມຜູ້ຫຼົງຜິດຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໂດຍມີ ສະຫາຍ ວັນ ນະສິນ ສອນວິໄລ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ວັນນະສິນ ສອນວິໄລ ໄດ້ນຳເອົາເອກະສານຝຶກຝົນຄຸນສົມບັດສິນທຳປະຕິວັດ ແມ່ນໜ້າທີ່ຂອງຊາວໜຸ່ມມາເຜີຍ ແຜ່, ພ້ອມທັງໄດ້ເໜັ້ນໜັກໃຫ້ຜູ້ທີ່ຫຼົງຜິດ ຈົ່ງປະຕິບັດກົດລະ ບຽບຂອງຄ້າຍໃຫ້ເຂັ້ມງວດ, ໃຫ້ຕັ້ງໜ້າຫັນແນວຄວາມ ຄິດຂອງຕົນໄປສູ່ອັນໃຫມ່, ສ້າງຕົນເອງໃຫ້ເປັນຄົນດີຂອງສັງຄົມກໍ່ຄືຄອບ ຄົວ, ຕັ້ງໜ້າພັດທະນາຝຶກຝົນຫຼໍ່ຫຼອມໃຫ້ເປັນຄົນດີ ມີຄຸນສົມ ບັດ ຢ່າໄປຫຼົງເຊື່ອໃນສິ່ງທີ່ບໍ່ດີຊັກຊວນໃດໆ, ໃຫ້ປະຕິບັດຕາມຄຳ ສັ່ງ, ເຊື່ອໝັ້ນຕໍ່ການນຳພາຂອງພກ, ອອກແຮງກໍ່ສ້າງເພີ່ມພູນຜະລິດຜົນ, ມີຄວາມສິນຕັດໃຈດ້ວຍຕົນເອງ ເພື່ອອອກຈາກຄ້າຍຄຸມຂັງ-ດັດສ້າງແຫ່ງນີ້ ໄປເລີ່ມຕົ້ນຊີວິດໃຫມ່ດ້ວຍຄວາມ ຫວັງ ແລະ ປະສົບຜົນສຳເລັດໃນຊີວິດຂອງຕົນ.
ການລົງເຄື່ອນໄຫວຄັ້ງນີ້ ສະຫາຍ ໄດ້ນໍາເອົາຈັກຕັດຫຍ້າ ແລະ ເຄື່ອງປູກຈໍານວນໜຶ່ງ ເປັນຕົ້ນແມ່ນ: ແກ່ນຜັກບົ້ງ, ຫອມປ້ອມ, ຫົວຜັກບົ່ວແຫ້ງມອບໃຫ້ຄະນະຮັບຜິດຊອບຄ້າຍຄຸ້ມຂັງ-ດັດສ້າງ ມູນຄ່າ 3.400.000 ກີບ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາ ແລະ ການການເຄື່ອນໄຫວວຽກງານຕ່າງໆ ພາຍໃນຄ້າຍດັ່ງກ່າວ.