ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາ ມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ 2024 ວ່າ: ປີ 2024 ນີ້, ກະຊວງການເງິນ ກໍຄື ລັດຖະບານ ໄດ້ປະສານສົມທົບກັບ ຄະນະປະຕິຮູບລັດວິສາຫະກິດ ສືບຕໍ່ດໍາເນີນການປະຕິຮູບ 24 ຫົວໜ່ວຍ (ທີ່ຍັງ ບໍ່ສໍາເລັດ). ໃນນັ້ນ ສໍາເລັດການກຳນົດແຜນປະຕິຮູບ ແລະ ດຳເນີນການປະຕິຮູບ ຈຳນວນ 3 ຫົວໜ່ວຍ ເຄັ່ງຮ້ອນ ປະກອບມີ: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ລັດວິສາຫະກິດການບິນລາວ
ໃນນີ້, ລັດວິສາຫະກິດ ໄຟຟ້າລາວ: ໄດ້ປະຕິບັດມາດຕະການດ້ວຍການຫຼຸດລາຍ ຈ່າຍບໍລິຫານທີ່ບໍ່ຈຳເປັນລົງ ເປັນຕົ້ນ: ໄດ້ໂອນບາງໜ້າວຽກທີ່ເຄີຍ ວ່າຈ້າງເອກະຊົນພາຍນອກເຮັດ ຫັນມາໃຫ້ພະນັກງານຂອງ ຟຟລ ເຮັດເອງ, ຊຶ່ງສາມາດຫຼຸດລາຍຈ່າຍລົງໄດ້ ປະມານ 45% ທຽບໃສ່ຜ່ານມາ; ເຂັ້ມງວດການກວດກາພະລັງງານຕົກເຮ່ຍ ແລະ ສາມາດຫຼຸດພະລັງງານຕົກເຮ່ຍລົງຈາກເມື່ອກ່ອນປະມານ 9.91% ມາເປັນ 6.8% ເຮັດໃຫ້ສາມາດປະຢັດລາຍຈ່າຍໄດ້ປະ ມານ 30 ລ້ານໂດລາ/ປີ; ເຈລະຈາດັດແກ້ລາຄາຊື້ໄຟຟ້າ ສຳເລັດແລ້ວ 40 ສັນຍາ ເທົ່າກັບ 13% ຂອງ ກຳລັງຕິດຕັ້ງ ລວມ.
ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ: ໄດ້ສໍາເລັດການແຕ່ງຕັ້ງຄະນະສະພາບໍລິຫານ ຊຸດໃໝ່ ແລະ ຈັດວາງ-ສັບຊ້ອນພະນັກງານທັງໝົດ 613 ຄົນເຂົ້າ ໃນໂຄງຮ່າງການຈັດຕັ້ງໃໝ່ປະກອບມີ 9 ພະແນກ ແລະ 7 ສາຂາ; ສໍາເລັດການຄວບ-ໂຮມ 3 ທຸລະກິດ (ບໍລິສັດນໍາເຂົ້າ-ສົ່ງອອກ, ບໍລິສັດຈຳໜ່າຍພາຍໃນ ແລະ ບໍລິສັດຂົນສົ່ງ ນໍ້າມັນເຊື້ອໄຟ) ເຂົ້າເປັນ 1 ບໍລິສັດ, ເຊິ່ງເຮັດໃຫ້ໂຄງສ້າງອົງກອນຫຼຸດລົງຈາກ 20 ພະແນກທຽບເທົ່າ, ເຫຼືອ 9 ພະແນກ; ຊຶ່ງໄດ້ຄວບ-ໂຮມ 3 ບັນຊີເຂົ້າກັນ ໂດຍກໍານົດເອົາວັນທີ 31 ພຶດສະພາ 2024 ເປັນມື້ປິດບັນຊີຂອງສາມທຸລະກິດ ແລະ ເປີດບັນຊີ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໃໝ່ (ຖືບັນຊີດຽວ) ນັບແຕ່ ວັນທີ 01 ມິຖຸນາ 2024 ເປັນຕົ້ນມາ; ໄດ້ຄົ້ນຄວ້າການຫັນໄປຮ່ວມມືກັບເອກະຊົນ (ບໍລິສັດ ຍອດງື່ມ ພາວເວີ ມະຫາຊົນ) ເພື່ອຫັນການຄຸ້ມຄອງລັດວິສາຫະກິດນໍ້າມັນເຊື້ອໄຟລາວໃຫ້ມີປະສິດທິຜົນຂຶ້ນ ແລະ ອື່ນໆ.
ສ່ວນ ລັດວິສາຫະກິດ ການບິນລາວ: ໄດ້ແຕ່ງຕັ້ງ ຄະນະສະພາບໍລິຫານຊຸດໃໝ່ ເພື່ອເຂົ້າມາສືບຕໍ່ບໍລິຫານແລະ ຂົນຂວາຍ, ຄົ້ນຄວ້າການຫັນ ຮ່ວມທຶນກັບເອກະຊົນ, ຜ່ານການປະເມີນບັນດາບໍລິສັດທີ່ສົນໃຈຮ່ວມທຶນຈໍານວນ 06 ພາກສ່ວນ ໂດຍອີງໃສ່ເງື່ອນໄຂທີ່ກໍານົດໄວ້ໃນແຜນປະຕິຮູບ ແລະ ແຈ້ງການ 1847/ຫສນຍ ທີ່ກໍານົດການຄັດເລືອກເປົ້າໝາຍຈາກປະເທດເພື່ອນມິດຍຸດທະສາດເປັນບໍລິມະສິດທຳອິດ, ເຫັນວ່າ ບໍລິສັດ Commercial Aircraft of China Ltd (COMAC) ເປັນບໍລິສັດທີ່ມີເງື່ອນໄຂດີກວ່າບໍລິສັດອື່ນ ເພາະເປັນລັດວິສາຫະກິດຍຸດທະ ສາດຂອງ ສປ ຈີນ, ເປັນຜູ້ຜະລິດເຮືອບິນໂດຍສານພານິດ, ມີທຶນຮອນ ແລະ ມີປະສົບການໃນການເປັນຜູ້ຖື ຮຸ້ນໃຫຍ່ຂອງສາຍການບິນ Chengdu Airlines, ຊຶ່ງ ກະຊວງການເງິນ ໄດ້ສໍາເລັດການເຊັນ MOU ກ່ຽວກັບຂອບການຮ່ວມມືກັບບໍ ລິສັດ COMAC.
ອີງຕາມບົດລາຍງານຂອງນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະພາຄັ້ງນີ້ ໃຫ້ຮູ້ວ່າ: ປັດຈຸບັນ ມີວິສາຫະກິດລັດລົງທຶນ ໃນຂອບເຂດທົ່ວປະເທດທັງໝົດ 171 ຫົວ ໜ່ວຍ. ໃນນີ້: ຂັ້ນສູນກາງຄຸ້ມຄອງມີທັງ ໝົດ 93 ຫົວໜ່ວຍ ແລະ ຂັ້ນທ້ອງຖິ່ນຄຸ້ມຄອງມີທັງໝົດ 78 ຫົວໜ່ວຍ ໄດ້ດໍາເນີນຂັ້ນຕອນການປະຕິຮູບ ຈໍານວນ 32 ຫົວໜ່ວຍ.



