ໃນວັນທີ 7 ມັງກອນ 2026 ນີ້, ບັນດາອົງການປົກຄອງແຂວງ ແລະ ບັນດາບໍລິສັດ ໄດ້ນຳເອົາເງິນສົດ, ເຄື່ອງບໍລິໂພກ ມາມອບໃຫ້ຄະນະຮັບຜິດຊອບ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຕາງໜ້າຮັບໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາກສ່ວນທີ່ນຳເອົາເງິນມາມອບໃຫ້ໃນຄັ້ງນີ້, ປະກອບມີ: ບໍລິສັດລາວ ກຣີນ ດີວີລົບເມັນ ຈຳກັດຜູ້ດຽວ ມອບເງິນສົດຈຳນວນ 2 ຕື້ກີບ ໃຫ້ກຽດມອບໂດຍ ທ່ານ ຄຳເພັດ ພິລາວົງ ຜູ້ອຳນວຍການບໍລິ ສັດລາວ ກຣີນ ດີວີລົບເມັນ ຈຳກັດຜູ້ດຽວ; ບໍລິສັດ ພີເອັດສແອວ ກຣຸບ ມອບເງິນ 1 ຕື້ 200 ລ້ານກີບ ມອບໂດຍ ທ່ານ ນາງ ເທບພະລັກ ຄຳວິສອນ ຜູ້ອຳນວຍການບໍລິສັດ ພີເອັດສແອວ ກຣຸບ; ບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ ມອບເງິນ 1 ຕື້ກີບ ມອບໂດຍ ທ່ານ ອຸທັນ ໄຕລິດທິ ປະທານບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ ແລະ ທະນາຄານພັດທະນາ ມະຫາຊົນ ມອບເງິນສົດ 1 ຕື້ກີບ ຕາງໜ້າມອບໂດຍ ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານພັດທະນາມະຫາຊົນ.


ໃນຕອນບ່າຍວັນດຽວກັນ, ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຮັບເງິນອຸດໝູນຈາກ ອົງການປົກຄອງນະຄອນຫລວງວຽງຈັນ ມູນຄ່າ 220 ລ້ານກີບ, ແຂວງຄຳມ່ວນ ມອບເຄື່ອງບໍລິໂພກ ແລະ ເງິນສົດ 213 ລ້ານກີບ, ບໍລິສັດໄຊເສດຖາ 200 ລ້ານກີບ, ແຂວງບໍລິຄຳໄຊ 100 ລ້ານກີບ, ແຂວງບໍ່ແກ້ວ 70 ລ້ານກີບ ແລະ ແຂວງຫົວພັນ 50 ລ້ານກີບ.


ຂ່າວ: ກິດຕາ
ພາບ: ແສງຈັນ-ຂັນໄຊ


