ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສືບຕໍ່ຮ່ວມມືສ້າງຄວາມເຂັ້ມແຂງໃນການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນຊັ້ນປະຖົມສຶກສາ.

Aug 15, 2025

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ກຳລັງຈັດການເຝິກອົບຮົມຫົວຂໍ້ໃໝ່ ກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນ 3 ວິທະຍາໄລຄູ ເຊິ່ງເປັນກິດຈະກຳທີ່ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການຮັບປະກັນຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນທຸກຄົນໃນລະບົບການສຶກສາ.
ຊຸດເຝິກອົບຮົມສ້າງຄວາມເຂັ້ມແຂງດ້ານການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນຊັ້ນປະຖົມສຶກສາ ໃຫ້ແກ່ຄູ ຈັດຂຶ້ນໃນລະຫວ່າງເດືອນກໍລະກົດ ແລະ ສິງຫາ 2025, ເປົ້າໝາຍແມ່ນແນໃສ່ຝຶກອົບຮົມໃຫ້ແກ່ນັກສຶກສາຕໍ່ເນື່ອງໃນໄລຍະພັກ 03 ເດືອນ ກ່ອນຈະເປີດສົກຮຽນໃໝ່ ຈຳນວນ 737 ຄົນ ທີ່ກຳລັງຮຽນໃນວິທະຍາໄລຄູຄັງໄຂ, ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ ແລະ ຄູຈາກ 3 ວິທະຍາໄລນີ້ ເພື່ອຍົກລະດັບວິຊາຊີບ ແລະ ນຳເອົາຄວາມຮູ້, ທັກສະໃໝ່ໆ ໄປສິດສອນໃນໂຮງຮຽນຂອງຕົນ.
May be an image of 3 people, people studying and text May be an image of 6 people, people studying and text
ທ່ານ ນາງ ວົງເດືອນ ໂອໃສ, ຫົວໜ້າກົມສ້າງຄູ ໄດ້ໃຫ້ຄຳເຫັນວ່າ: ຄູມີບົດບາດສຳຄັນໃນການປົກປ້ອງເດັກ ໂດຍການເປັນຜູ້ນຳ, ໃຫ້ການສະໜັບສະໜູນ ແລະ ເຂົ້າໃຈພາລະບົດບາດຂອງຕົນ. ສະພາບແວດລ້ອມການຮຽນຮູ້ທີ່ພວກເຂົາສ້າງຂຶ້ນ ມີຜົນກະທົບໂດຍກົງຕໍ່ຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນ. ເມື່ອເດັກຮູ້ສຶກປອດໄພ, ພວກເຂົາຈະມີໂອກາດສຳເລັດໃນການຮຽນຫຼາຍຂຶ້ນ ແລະ ຈະຊ່ວຍໃຫ້ຄູເຂົ້າໃຈຢ່າງຊັດເຈນກ່ຽວກັບບົດບາດຂອງຕົນໃນການຮັບປະກັນຄວາມປອດໄພ ແລະ ໃຫ້ຂໍ້ມູນຈຳເປັນກ່ຽວກັບວິທີລາຍງານຂໍ້ກັງວົນ ແລະ ເຂົ້າເຖິງການຂໍຄວາມຊ່ວຍເຫຼືອ. ນອກຈາກນີ້, ຍັງເປັນໂອກາດທີ່ດີໃນການທົດລອງໃຊ້ຄູ່ມືຄູເຝິກ ແລະ ຈະໄດ້ຂະຫຍາຍການເຝິກອົບຮົມໃຫ້ກວ້າງຂວາງຕື່ມ.
ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເນັ້ນໜັກກ່ຽວກັບການຮ່ວມມືຢ່າງຕໍ່ເນື່ອງວ່າ: ເມື່ອເຮັດວຽກກັບເດັກນ້ອຍ, ພວກເຮົາມີພາລະບົດບາດຮ່ວມກັນໃນການປົກປ້ອງສຸຂະ ພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າ. ພວກເຮົາພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ເພື່ອສະໜັບສະໜູນການພັດທະນາເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກຢ່າງເປັນທາງການ ພ້ອມທັງເຝິກອົບຮົມຄູໃນຫົວຂໍ້ສຳຄັນນີ້.
May be an image of 8 people, people studying, table and text May be an image of 7 people, people studying and text
ການຝຶກອົບຮົມໃນຄັ້ງນີ້ ນອກຈາກການຍົກສູງຄວາມຮັບຮູ້ໃຫ້ແກ່ນັກຮຽນຕໍ່ເນື່ອງໃນໄລຍະພັກຮຽນແລ້ວ ຍັງເປັນໂອກາດອັນດີໃນການທົດລອງໃຊ້ ຄູ່ມືເຝິກອົບຮົມການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກ ແລະ ສ້າງທັກສະການຝືກອົບຮົມຂອງທີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ.