ງານມະຫາກຳ ສືບສານຕຳນານກະບອງໃຫຍ່ ຂອງເຜົ່າບຣູ ທີ່ບ້ານ ໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ ປະຈໍາປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 29-31 ມັງກອນ 2025 ໂດຍການເຂົ້າຮ່ວມຂອງ ພັອ ລໍາຄູນ ວໍລະວົງ, ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ສະຫວັນນະ ເຂດ.
ທ່ານ ນາງ ພອນທະວີ ລາດບໍວອນ ຮອງເຈົ້າເມືອງອາດສະພອນ ໃຫ້ຮູ້ວ່າ: ເມືອງອາດສະພອນ ມີພົນລະເມືອງທັງໝົດ 68.499 ຄົນ, ຍິງ 32.846 ຄົນ, ມີ 10.581 ຫຼັງຄາເຮືອນ, ມີ 12.352 ຄອບຄົວ, ມີເຜົ່າຜູ້ໄທກວມເອົາ 71,50%, ເຜົ່າ ບຣູ 26,26% ແລະ ເຜົ່າລາວ 2,24%.
ສໍາລັບງານບຸນກະບອງໃຫຍ່ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ເຂດວັດປ່າສີສະອາດໄຊຍະຣາມ ບ້ານໂພນງາມ ເມື່ອປີ ຄສ 2008 ກົງກັບພຸດທະສັກກະຣາດ 2551 ເດືອນ 3 ລາວ ຂຶ້ນສາມຄໍ່າ ປີຊວດ ກົງກັບວັນອາທິດ ວັນທີ 24 ກຸມພາ 2008 ເຊິ່ງຄວາມສູງຂອງກະບອງສູງເຖິງ 20 ແມັດ (ສ່ວນກ່ອນໜ້ານັ້ນແມ່ນເຮັດ ແບບຄອບຄົວ) ການເຮັດບຸນກະບອງໃຫຍ່ ມີຄວາມສໍາຄັນທາງດ້ານປະຫວັດສາດ, ວັດທະນະທໍາຂອງຊາດ, ຂອງເຜົ່າ ໂດຍສະເພາະກໍ່ແມ່ນແນໃສ່ ການປົກປັກຮັກສາຮີດຄອງປະເພນີ ວັດທະນະ ທຳຂອງຊາດ ກໍ່ຄືຂອງບັນດາເຜົ່າ ໂດຍສະເພາະແມ່ນຂອງເຜົ່າບຣູ, ເຊິ່ງໃນຄາວສະ ໄໝປູ່ຍ່າຕານາຍ ເປັນທີ່ເຊື່ອກັນວ່າ ນັບເປັນຫຼາຍພັນປີຜ່ານມາ ພາຍຫຼັງສຳເລັດການ ເກັບກ່ຽວມ້ຽນມັດເຂົ້າໄຮ່, ເຂົ້ານາ ລວມທັງຜົນລະປູກຕ່າງໆແລ້ວ ສິ່ງທີ່ຫຼົງລືມບໍ່ໄດ້ສໍາລັບພວກເພິ່ນນັ້ນ ແມ່ນການກະກຽມເຮັດບຸນສະຫຼອງເຂົ້າ ໂດຍມີການເລືອກເອົາ ມື້ເດືອນ 3 ອອກໃໝ່ 3 ຄໍ່າ ທັງນີ້ກໍ່ຍ້ອນຄວາມເຊື່ອມາແຕ່ບູຮານວ່າ ແມ່ນມື້ທີ່ເປັນມຸງຄຸນຍິ່ງ “ກົບບໍ່ມີປາກ ນາກບໍ່ມີກົ້ນ ຄົກປົ່ງຮາກ ສາກປົ່ງໃບ ຫົວສີໄຄປົ່ງດອກ ໝາກຂາມປ້ອມສຸກຫວານ ກະຮອກປົ່ງເຂົາ ດອກກະເລົາຫຸ້ມກົ້ນ”.
ອີກຢ່າງໜຶ່ງໄລຍະນີ້ ແມ່ນໄລຍະເປີດກວ້າງການທ່ອງທ່ຽວ ບໍ່ວ່າຈະການທ່ອງທ່ຽວທາງປະຫວັດສາດ, ທຳມະຊາດ ແລະ ທາງວັດທະນະທໍາ ສະນັ້ນການຈັດງານບຸນກະບອງໃຫຍ່ ມັນຈະກາຍ ເປັນແຮງດຶງດູດ ບັນດາແຂກຄົນໄດ້ເຂົ້າມາທ່ອງທ່ຽວ ເມືອງອາດສະພອນ ໃຫ້ຫຼາຍຂຶ້ນ
ພາຍໃນງານໄດ້ມີຫລາຍກິດຈະກຳ ເຊັ່ນ: ການແຫ່ຂະບວນກະບອງໃຫຍ່, ຊົມຮ້ານວາງສະແດງເຄື່ອງຫັດຖະກຳບັນດາເຜົ່າ ລວມທັງວິຖີການດໍາລົງຊີວິດຂອງຊົນເຜົ່າບຣູເຂດໂພນງາມ, ຊົມສວນວັດທະນະທຳເຜົ່າບຣູ ແລະ ກິດຈະກໍາອື່ນໆ.






