ຜູ້ຕາງໜ້າສື່ມວນຊົນຂັ້ນສູນກາງ ປະຈຳແຂວງໄຫຫຼຳ, ພ້ອມ ດ້ວຍສື່ມວນຊົນທີ່ສຳຄັນຈາກ 11 ແຫ່ງຂອງ 9 ປະເທດສະມາຊິກອາຊຽນ ເຂົ້າຮ່ວມກິດຈະກຳ “ຄູ່ຮ່ວມສື່ມວນຊົນອາຊຽນ ເບິ່ງຈີນຮ່ວມກັນ” ແລະ ງານວາງສະແດງຮູບພາບ ແລະ ວິດີໂອທີ່ມີວິ ທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບຈັດຂຶ້ນຢູ່ນະຄອນສ່ານຢ້າ, ແຂວງໄຫຫຼຳ, ສປ ຈີນ ເຊິ່ງມີພິທີເປີດກິດຈະກໍາໃນຕອນເຊົ້າວັນທີ 23 ເມສາ 2024 ໂດຍມີ ທ່ານ ນາງ ຈ່າງຫຸ່ຍ ຮອງຫົວຫນ້າສູນອາຊີອາຟຼິກກາ, ວິທະຍຸໂທລະພາບສູນກາງຈີນ (CMG), ທ່ານ ຈຽງຈ້ຽນຫມິນ ຮອງຫົວໜ້າຄະນະໂຄສະນາອົບຮົມ ຄະນະພັກແຂວງໄຫຫລໍາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ຈ່າງຫຸ່ຍ ຮອງຫົວໜ້າສູນອາຊີອາຟຣິກາ CMG ໄດ້ປະກອບຄຳເຫັນໃນພິທີເປີດວ່າ: ຈີນ ແລະ ບັນດາປະເທດສະມາຊິກອາຊຽນມີພູຜາແມ່ນ້ຳຕິດຈອດກັນ, ວັດທະນະທຳເຊື່ອມໂຍງເຂົ້າກັນ, ມີປະຫວັດສາດທີ່ຄ້າຍຄືກັນ ແລະ ຄວາມໃຝ່ຝັນທີ່ຄື ກັນ. CMG ໄດ້ສ້າງສາຍພົວພັນການຮ່ວມມືຫຼາກຫຼາຍກັບສື່ມວນຊົນ 100 ກວ່າແຫ່ງພາຍໃນປະເທດສະມາຊິກອາຊຽນ. ຫວັງວ່າຜ່ານກິດຈະກຳ “ຄູ່ຮ່ວມສື່ມວນຊົນອາຊຽນ ເບິ່ງຈີນຮ່ວມກັນ” ຈະຊ່ວຍຊຸກຍູ້ການຮ່ວມມືລະຫວ່າງສື່ມວນຊົນຂອງຈີນ ແລະ ປະເທດສະມາຊິກອາຊຽນ, ເຮັດໃຫ້ຜູ້ຊົມ,ຜູ້ຟັງໃນປະເທດຕາເວັນອອກສຽງໃຕ້ຫຼາຍກວ່າເກົ່າ, ຮັບຮູ້ສະພາບທີ່ແທ້ຈິງຂອງປະເທດຈີນ, ປະກອບສ່ວນກຳລັງຂອງສື່ມວນຊົນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.
ສ່ວນ ທ່ານ ຈຽງຈ້ຽນມິນ ຮອງຫົວໜ້າຄະນະໂຄສະນາອົບຮົມຄະນະພັກແຂວງໄຫຫຼຳກ່າວຄຳປາໄສວ່າ, ແຂວງໄຫຫຼຳຕັ້ງຢູ່ຈຸດເຊື່ອມຕໍ່ທີ່ສຳຄັນໃນການຮ່ວມມືລະຫວ່າງຈີນ ແລະ ອາຊຽນ, ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງແຂວງໄຫຫຼຳມາເປັນເວລາຫຼາຍປີຕິດຕໍ່ກັນ. ທ່ານຫວັງວ່າ CMG ຮ່ວມມືກັບສື່ມວນຊົນອາຊຽນຢ່າງແໜ້ນແຟ້ນ, ຖືເອົາກິດຈະກຳຄັ້ງນີ້ເປັນໂອກາດ, ສ້າງຂົວແຫ່ງມິດຕະພາບໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ເຊື່ອມໂຍງເຊື່ອມຈອດກັນລະຫວ່າງແຂວງໄຫຫຼຳກັບອາຊຽນ.
ທ່ານ ອຳຄາ ວົງໝື່ນກ້າ, ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໄດ້ປະກອບຄຳເຫັນໂດຍຜ່ານວີດີໂອວ່າ: “ມີສຸ ພາສິດວ່າ: ສິບປາກເວົ້າບໍ່ທໍ່ຕາເຫັນ. ນັກຂ່າວລາວຫວັງວ່າຮ່ວມກັບເພື່ອນຮ່ວມງານສື່ມວນຊົນຂອງບັນດາປະເທດ, ຮັບຮູ້ໝາກຜົນດ້ານພຶດຕິກຳແຫ່ງແນວຄິດການພັດທະນາຂອງຈີນ, ສຳຜັດກັບວັດທະນະທຳທີ່ອຸດົມສົມບູນ ແລະ ຊັບພະຍາກອນການທ່ອງທ່ຽວຂອງຈີນ, ພ້ອມທັງແນະນຳຄວາມຮູ້ສຶກທີ່ແທ້ຈິງໃຫ້ກັບຜູ້ຊົມຜູ້ຟັງຢ່າງກວ້າງຂວາງ.”
ກິດຈະກຳ “ຄູ່ຮ່ວມສື່ມວນຊົນອາຊຽນ ເບິ່ງຈີນຮ່ວມກັນ” ເປັນກິດຈະກຳສື່ມວນຊົນທີ່ນຳສະເໜີໂດຍ CGTN, ການເດີນທາງຢູ່ໄຫຫຼຳເປັນຮອບທຳອິດໃນກິດຈະກຳຄັ້ງນີ້. ແຕ່ວັນທີ 22 ຫາ 28 ເມສານີ້, ຄະນະນັກຂ່າວຈີນ ແລະ ຕ່າງປະເທດ ເຊິ່ງລວມທັງ ສື່ສຳຄັນ 11 ແຫ່ງຂອງ 9 ປະເທດສະມາຊິກອາຊຽນ, ເຊັ່ນ: ລາວ, ອິນໂດເນເຊຍ, ໄທ, ຫວຽດນາມ, ມະເລເຊຍ ແລະ ອື່ນໆ ທັງໝົດ 50 ກວ່າຄົນ ຈະໄດ້ທ່ອງທ່ຽວຮອບເກາະໄຫຫຼຳ, ລົງຮາກຖານເອົາຂ່າວຢູ່ສ່ານຢ້າ, ຫຼິງສຸຍ, ວ້ານໜິງ, ຊົງໄຫ ແລະ ໄຫໂຂວ, ລາຍການທີ່ຖ່າຍທຳນັ້ນຈະອອກອາກາດຜ່ານສື່ຕ່າງໆຢູ່ປະເທດສະມາຊິກອາຊຽນ.
ສ່ວນງານວາງສະແດງຮູບພາບ ແລະ ວິດີໂອ ພາຍໃຕ້ຫົວຂໍ້ “ຄູ່ຮ່ວມສື່ມວນຊົນອາຊຽນເບິ່ງຈີນຮ່ວມກັນ” ໄດ້ວາງສະແດງຜົນງານຮູບພາບ ແລະ ວີດີໂອດີເດັ່ນທີ່ສື່ສຳຄັນຂອງຈີນ ແລະ ປະເທດສະມາຊິກອາຊຽນຮ່ວມກັນຜະລິດໃນຊຸມປີຜ່ານມານີ້, ຈາກນັ້ນຈະສືບຕໍ່ວາງສະແດງຜົນງານແບບເຊື່ອມໂຍງສື່ຕ່າງໆທີ່ຜະລິດໃນກິດຈະກຳຄັ້ງນີ້.






