ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ສື່ມວນຊົນຫລາຍກວ່າ 80 ຄົນ ຈາກຫລາຍກວ່າ 50 ປະເທດກໍາລັງພັດທະນາ, ທັງຈາກປະເທດໃນອາຊີ-ປາຊີຟິກ, ອາຟຼິກກາ, ອາເມລິກາລາຕີນ, ເອີໂຣເຊຍ ແລະ ອາຣັບ ສໍາເລັດການຝຶກອົບຮົມພາຍໃຕ້ໂຄງການສູນຂ່າວສາກົນຈີນ 2022 (China International Press Communication Center 2022)  ທີ່ສະມາຄົມການທູດປະຊາ ຊົນຈີນ, ກະຊວງການຕ່າງປະເທດຈີນ ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ, ເປັນເວລາ 5 ເດືອນ ຄື: ໃນລະຫວ່າງ ເດືືອນກໍລະກົດ ຫາ ເດືອນພະຈິກ 2022.

ສໍາລັບຕາງໜ້າສື່ມວນຊົນລາວເຂົ້າຮ່ວມຝຶກອົບຮົມຄັ້ງນີ້ມີ 3 ຄົນ ຈາກ 3 ພາກສ່ວນ ຄື: ວິທະຍຸກະຈາຍສຽງແຫ່ງຊາດລາວ, ສໍານັກຂ່າວສານປະເທດລາວ ແລະ ໜັງສືພິມກອງທັບປະຊາຊົນລາວ, ພາກສ່ວນລະ 1 ຄົນ.

ພິທີປິດຊຸດອົບຮົມດັ່ງກ່າວ ຈັດຂຶ້ນຜ່ານລະບົບອອນລາຍໃນຕອນເຊົ້າວັນທີ 25 ພະຈິກ 2022 ທີ່ນະຄອນ ຫລວງປັກກິ່ງ, ສປ ຈີນ ໂດຍມີຕາງຫນ້າຈາກກະຊວງການຕ່າງປະເທດຈີນ, ສະມາຄົມການທູດປະຊາຊົນຈີນ ແລະ ສໍາມະນາກອນເຂົ້າຮ່ວມ.

ຕະຫລອດໄລຍະເວລາ 5 ເດືອນ, ສື່ມວນຊົນຕ່າງປະເທດທີ່ເປັນສໍາມະນາກອນທັງໝົດ ໄດ້ຮຽນຮູ້ ແລະ ເຂົ້າ ໃຈກ່ຽວກັບປະເທດຈີນຫລາຍຂຶ້ນກວ່າເກົ່າ ໂດຍສະເພາະກ່ຽວກັບຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງຈີນ, ລວມເຖີງນະໂຍບາຍອັນຖືກຕ້ອງຂອງຈີນໃນການພັດທະນາປະເທດ ກໍຄື ນະໂຍບາຍອັນຖືກຕ້ອງໃນການພົວພັນຮ່ວມມືກັບສາກົນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເພື່ອແນໃສ່ຮ່ວມກັນສ້າງໂລກໃຫ້ນັບມື້ມີຄວາມຈະເລີນສີວິໄລ, ສະຫງົບສຸກ ແລະ ອື່ນໆ ໂດຍຜ່ານການແລກປ່ຽນກັບບົດຮຽນກັບຕົວແທນຈາກຂະແໜງການຕ່າງໆ ທີ່ກ່ຽວຂ້ອງຂອງຈີນມາບັນຍາຍແຕ່ລະຫົວຂໍ້, ພ້ອມນີ້ ຍັງໄດ້ໄປແລກປ່ຽນບົດຮຽນ ແລະ ຝຶກງານຕົວຈິງຢູ່ບາງສໍານັກສື່ມວນຊົນທີ່ມີຊື່ສຽງຂອງຈີນ, ລວມເຖີງໄປທັດສະນາສຶກສາຢູ່ຫົວໜ່ວຍທຸລະກິດຫລາຍຂະແໜງການ ແລະ ຢ້ຽມຊົມຫລາຍສະຖານທີ່ທ່ອງທ່ຽວທັງທາງດ້ານທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ມີຊື່ສຽງທັງຢູ່ນະຄອນຫລວງປັກກິ່ງ ແລະ ບາງແຂວງຂອງຈີນ.

ສິ່ງສໍາຄັນກວ່ານີ້, ສື່ມວນຊົນຕ່າງປະເທດທີ່ເຂົ້າຮ່ວມການຝຶກອົບຮົມ ຍັງໄດ້ເຂົ້າຮ່ວມເຄື່ອນໄຫວເກັບກໍາຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊີ່ງເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດສໍາລັບປະເທດຈີນ ແລະ ເປັນທີ່ດຶງດູດໃຈຂອງທົ່ວໂລກ, ລວມເຖີງໄດ້ເຂົ້າຮ່ວມເກັບກໍາຂ່າວງານວາງສະ ແດງສິນຄ້ານໍາເຂົ້າສາກົນຈີນ ຄັ້ງທີ 5, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 6 ແລະ ງານວາງສະແດງສິນຄ້ານຳເຂົ້າ ແລະ ສົ່ງອອກຄຸນໝິງຈີນ ຄັ້ງທີ 26, ເຂົ້າຮ່ວມກອງປະຊຸມ ແລະ ງານສໍາຄັນຕ່າງໆ ຈໍານວນໜຶ່ງທັງແບບເຊີ່ງໜ້າ ແລະ ຜ່ານລະບົບອອນລາຍ.

ຊຸດອົບຮົມຄັ້ງນີ້, ຍັງເປັນໂອກາດດີໃຫ້ແກ່ສື່ມວນຊົນຈາກແຕ່ລະປະເທດກໍາລັງພັດທະນາ ໄດ້ແລກປ່ຽນບົດ ຮຽນ ແລະ ປະສົບການຕົວຈິງເຊີ່ງກັນ ແລະ ກັນ ທັງທາງດ້ານວິຊາຊີບ ກໍຄື ຄວາມຮູ້ດ້ານຕ່າງໆ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອໄປນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຢູ່ປະເທດຂອງຕົນໃຫ້ດີຂຶ້ນໃນຕໍ່ໜ້າ.

ສໍາລັບສະມາຄົມການທູດປະຊາຊົນຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2013, ຜ່ານມາໄດ້ຈັດເຝິກອົບຮົມໃຫ້ສື່ມວນຊົນຈາກຕ່າງປະເທດແລ້ວຫລາຍຄັ້ງ, ມີຫລາຍກວ່າ 330 ຄົນ ທີ່ໄດ້ຮັບການຝຶກອົບຮົມ, ໃນນີ້ ສະເພາະສື່ມວນຊົນຈາກ ສປປ ລາວ, ນີ້ຖືເປັນຄັ້ງທີ 4 ທີ່ໄດ້ເຂົ້າຮ່ວມສູນຂ່າວສາກົນທີ່ສະມາຄົມດັ່ງກ່າວຈັດຂຶ້ນ.