ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ໌ນາໆຊາດປະຈຳ ສປປ ລາວ ພາຍໃຕ້ໂຄງ ການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງພາກສັງຄົມທີ່ກ່ຽວຂ້ອງ ເພື່ອການພັດທະນາສີຂຽວໃນ ສປປລາວ ຫລື GAMCIL ໄດ້ສໍາເລັດການຝຶກອົບຮົມການເປັນຄູຝຶກໃຫ້ແກ່ສື່ມວນຊົນຈາກສູນກາງ ແລະທ້ອງຖີ່ນ ໃນຫົວຂໍ້: ການລາຍງານຂ່າວດ້ານສີ່ງແວດລ້ອມ ລະຫວ່າງວັນທີ 14-18 ຕຸລາ 2024 ທີ່ໜັງສືພິມພາສາຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ອາດີດຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ປະສານງານໂຄງການ, ວິທະຍາກອນຈາກຕ່າງປະເທດ ແລະສໍາມະນາກອນຂະແໜງການກ່ຽວຂ້ອງ.
ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໜຶ່ງໃນກິດຈະກຳຫຼັກຂອງໂຄງການ GAMCIL ເພື່ອບັນລຸຕາມແຜນຍຸດທະສາດຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ແຜນການດຳເນີນກິດຈະກຳຂອງໂຄງການ ໃນການສ້າງຄວາມອາດສາມາດໃຫ້ແກ່ຜູ້ທີ່ເຮັດວຽກງານຂະແໜງຖະແຫຼງຂ່າວສື່ມວນຊົນໃນທົ່ວປະ ເທດໃຫ້ກາຍເປັນຄູຝຶກນັກຂ່າວໃນອະນາຄົດ ແລະ ເຂົ້າຮ່ວມການເຄື່ອນໄຫວກິດຈະກຳການຝຶກອົບ ຮົມຕ່າງໆ ທີ່ຈະໄດ້ຈັດຂຶ້ນ ໂດຍສະມາຄົມນັກຂ່າວແຫ່ງ ສປປ ລາວ ຕະຫຼອດໄລຍະການດຳເນີນໂຄງ ການ. ໃນຊຸດອົບຮົມຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບມາດຕະຖານນັກຂ່າວດ້ານສີ່ງແວດລ້ອມທີ່ມີຄຸນນະພາບ, ບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ວິທີຊອກຫາແຫລ່ງຂໍ້ມູນ, ທັກສະໃນການເລົ່າເລື່ອງໃຫ້ດຶງດູດໃຈ, ການນໍາໃຊ້ເຄື່ອງມືດິຈິຕອລໃນສື່ອອນລາຍ ແລະອື່ນໆ ໂດຍເນັ້ນໜັກທັງພາກທິດສະດີ ແລະພາກປະຕິບັດຕົວຈິງ.
ໂຄງການ GAMCIL ໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບໃນໄລຍະ 4 ປີ ແຕ່ປີ 2023-2027 ແລະ ມອບໝາຍໃຫ້ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດກິດ ຈະກຳຂອງໂຄງການ ໂດຍມີ 2 ເປົ້າໝາຍຫຼັກຄື: (1) ສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະດັບທັກສະດ້ານວິຊາ ຊີບ ລວມທັງການນຳໃຊ້ເຕັກໂນໂລຊີແບບດີຈີຕອນ ແລະ ສື່ແບບໃໝ່ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານທີ່ມີຄຸນນະພາບ ໂດຍຜ່ານການລາຍງານທີ່ມີຄວາມຮັບຜິດ ຊອບ ແລະ ເປັນມືອາຊີບກ່ຽວກັບການພັດທະນາສີຂຽວ. (2) ບັນດາຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງທາງສັງຄົມທີ່ເຮັດວຽກກ່ຽວກັບການພັດທະ ນາສີຂຽວ ຊຶ່ງລະບຸຢູ່ໃນກິດຈະກຳ, ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ, ຜູ້ສ້າງວີດີໂອ ແລະ ຮູບເງົາ ໄດ້ຮັບການຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງຕົນໃນການປະກອບສ່ວນສ້າງນະໂຍບາຍ, ຕິດຕາມ ແລະຊຸກຍູ້ວຽກງານການພັດທະນາສີຂຽວທີ່ມີຜົນກະ ທົບຕໍ່ຊຸມຊົນ ລວມທັງການນຳໃຊ້ເຕັກໂນໂລຊີດີຈິຕອນ ແລະ ສື່ແບບໃໝ່ຢ່າງສ້າງສັນ.



