ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສື່ມວນຊົນລາວໄດ້ຮັບການຍົກລະດັບດ້ານທັກສະການນໍາໃຊ້ເຄື່ອງມືປັນຍາປະດິດ ຫຼື AI

Jun 22, 2026

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຈັດຊຸດອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້: ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ ຫຼື AI ເຂົ້າໃນວຽກງານສື່ມວນຊົນຫຼາຍຮູບແບບ-ຫຼາຍຊ່ອງທາງ ແລະ ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ຜ່ານໂທລະສັບມືຖື. ໂດຍການເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ດັງ ທິ ເຟືອງ ຖ້າວ, ຮອງຫົວໜ້າກົມສື່ມວນຊົນ ກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ມີຄະນະຮັບຜິດຊອບທັງສອງຝ່າຍ, ພ້ອມດ້ວຍວິທະຍາກອນຈາກຫວຽດນາມ ແລະ ສຳມະນາກອນ ທີ່ມາຈາກອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນທີ່ມາຈາກ 5 ແຂວງຄື: ຫຼວງພະບາງ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ.
May be an image of text that says 'BỘ VĂN HOA, THẾ THAO VÀ DU LỊCH NƯỚC CỘNG HOA XÃ HỘI CHU NGHĨA VIỆT NAM ทะลุองอัดทะบะทำ, ภิลา และ ภามห่องห่าว នង ทอวดบาม ĐÀO ĐÀOTẠO TẠO "Kỹ năng ứng dụng BA ụ trí tuệ nhận จิท tạo trong báo chí nl phươc "Ky "Kỹnăn năn' May be an image of text that says 'ะลุดงอัดทะมะทำ, ะลวง ภิลา และ ภามท่องห่าอ នន ហា១១ ĐÀO TẠO "Kỹ năng ứng dụng đa nến trí tuệ nhân tạo trong báo c đa hương tiện" "Kỹ năng dảo chí'
ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີຄໍາເຫັນວ່າ: ຊຸດອົບຮົມຄັ້ງນີ້ ຖືເປັນໝາກຜົນຕົວຈິງອັນທຳອິດ ພາຍຫຼັງການລົງນາມໃນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນ ວັນທີ 13 ພຶດສະພາ 2026 ຜ່ານມາ. ຊຶ່ງແມ່ນບາດກ້າວທຳອິດ ພາຍໃຕ້ແຜນການຮ່ວມມືໄລຍະ 5 ປີ 2026-2030 ເພື່ອແນໃສ່ຊຸກຍູ້ ແລະ ຍົກລະດັບວຽກງານສື່ມວນຊົນລາວ ສູ່ຍຸກດີຈິຕອນ. ການຮຽນຮູ້ ປັນຍາປະດິດ ຫຼື AI ອາດຈະບໍ່ສາມາດມາແທນທີ່ນັກຂ່າວໄດ້, ແຕ່ນັກຂ່າວທີ່ຮູ້ຈັກນຳໃຊ້ ປັນຍາປະດິດ ຫຼື AI ຢ່າງຊຳນານ ຈະກາຍເປັນກຳລັງແຮງຫຼັກ ທີ່ຈະກ້າວຂຶ້ນມານຳໜ້າ ແລະ ກຳນົດທິດທາງຂອງສື່ມວນຊົນໃນຍຸກດິຈິຕອນນີ້. ພ້ອມນັ້ນ, ທັງສອງຝ່າຍຍັງໄດ້ຢັ້ງຢືນຮ່ວມກັນວ່າ ເຖິງແມ່ນເຕັກໂນໂລຊີຈະກ້າວໜ້າພຽງໃດ, ແຕ່ຄຸນຄ່າແກນຫຼັກຂອງວິຊາຊີບສື່ມວນຊົນ ເປັນຕົ້ນແມ່ນ ຄວາມຖືກຕ້ອງ, ຄວາມພາວະວິໄສ, ຈັນຍາບັນ ແລະ ຄຸນທາດການເມືອງ ແມ່ນຍັງເປັນສິ່ງສຳຄັນທີ່ສຸດ.
ທ່ານ ວັນສີ ກົວມົວ ເນັ້ນຕື່ມວ່າ: ຊຸດອົບຮົມຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຖັນແຖວສື່ມວນຊົນລາວ ແຕ່ຍັງເປັນຂໍ້ພິສູດ ທີ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
May be an image of dais
ໃນໄລຍະການອົບຮົມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ເຕັກນິກການຜະລິດສື່ທີ່ວ່ອງໄວທັນການ ຜ່ານໂທລະສັບມືຖື ແລະ ການນຳໃຊ້ ປັນຍາປະດິດ ຫຼື AI ຢ່າງສ້າງສັນ ເປັນຕົ້ນການສ້າງຜູ້ຊ່ວຍປັນຍາປະດິດ ຫຼື AI ໂດຍບໍ່ຈຳເປັນຕ້ອງຂຽນໂປຣແກຣມ, ພ້ອມທັງຮຽນຮູ້ກ່ຽວກັບໂອກາດ, ຄວາມສ່ຽງ ແລະ ຈັນຍາບັນໃນການນຳໃຊ້ປັນຍາປະດິດ ຫຼື AI ເພື່ອຕ້ານກັບຂ່າວປອມ ຫຼື Fake News ໃນຍຸກປັດຈຸບັນ.