ໃນໂອກາດຄະນະນັກຂ່າວລາວຈໍານວນ 5 ຄົນ ຈາກ ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບເເຫ່ງຊາດລາວ, ສໍານັກຂ່າວສານປະເທດລາວ ,ຫນັງສືພິມພາສາຕ່າງປະເທດ ຫຼື ວຽງຈັນທາມ ເເລະ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເກັບກໍາຂ່າວ, ຖ່າຍທໍາວີດີໂອ ແລະ ຮູບພາບກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ເເລະ ການທ່ອງທ່ຽວ ຢູ່ປະເທດຫຽດນາມ ລະຫວ່າງວັນທີ 22 ຫາ 26 ກັນຍາ 2025. ວັນທີ 23 ກັນຍາ 2025 ໄດ້ເຄື່ອນໄຫວເກັບກໍາຂ່າວຢູ່ສະຖານທີ່ສໍາຄັນໃນນະຄອນຫຼວງຮ່າໂນ້ຍຫຼາຍບ່ອນ ໂດຍສະເພາະສຸສານ ເເລະ ຫໍພິພິທະພັນຂອງປະທານ ໂຮ່ຈີ່ມີ່ງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ພ້ອມທັງໄດ້ໄປສະຖານທີ່ອ້ອມຮອບສຸສານ ເເລະ ສະຫນາມຫຼວງບ່າດີ່ງ ທີ່ຕັ້ງຢູ່ຈຸດໃຈກາງຂອງນະຄອນຮ່າໂນ້ຍ, ໄປໂບດຍ່າເທີ່ ຊຶ່ງເປັນໂບດທີ່ມີສະຖາປັດຕະຍະກໍາເເບບຕາເວັນຕົກ, ໃນແຕ່ລະວັນແມ່ນມີນັກທ່ອງທ່ຽວທັງພາຍໃນ ເເລະ ຕ່າງປະເທດ ເຂົ້າໄປທ່ຽວຊົມເປັນຈໍານວນຫຼາຍ.

ຈາກນັ້ນໄດ້ສືບຕໍ່ເກັບກຳຂ່າວບັນຍາກາດການຊື້-ຂາຍສິນຄ້າທີ່ລະນຶກ ເເລະ ສິ່ງຂອງເຄື່ອງໃຊ້ສຳລັບງານເທດສະການ, ງານບຸນສໍາຄັນຕ່າງໆ ຢູ່ຕະຫຼາດຫ່າງໝ່າ, ຕະຫຼາດດົ່ງຊວນ, ວິຫານກຸ່ຍຈູ່ງຕ່ຽນ ຢູ່ບໍລິເວນຫນອງຈຸກເເບັກ ຊຶ່ງເປັນຫນຶ່ງໃນຈຳນວນສາມໜອງທີ່ສວຍງາມທີ່ສຸດ ຂອງນະຄອນຫຼວງຮ່າໂນ້ຍ ເເລະ ເປັນສະຖານທີ່ສັກສິດ ເປັນບ່ອນສັກກະລະບູຊາຂອງປະຊາຊົນຫວຽດນາມ ລວມທັງນັກທ່ອງທ່ຽວຕ່າງປະເທດ,ໄດ້ຮັບຊົມ ການສະເເດງທີ່ເວົ້າເຖິງຄວາມເຊື່ອກ່ຽວກັບການບູຊາເທບພະເຈົ້າ ຂອງປະຊາຊົນທ້ອງຖິ່ນ, ເກັບກໍາຂ່າວກ່ຽວກັບຕົ້ນກໍາເນີດ ເເລະ ຂັ້ນຕອນວິທີປຸງເເຕ່ງເຝີ ແລະ ຢໍ່ຈືນ ຊຶ່ງເປັນອາຫານທີ່ມີຊື່ສຽງຂອງຫວຽດນາມ, ຮັບຊົມ-ຮັບຟັງການເລົ່າຄືນມູນເຊື້ອວິຖີການດໍາລົງຊີວິດຂອງປະຊາຊົນຫວຽດນາມທີ່ອາໄສຢູ່ນະຄອນຫຼວງຮ່າໂນ້ຍ ກ່ອນເເລະ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຕິດພັນກັບການຈໍາລອງຮູບພາບວາງສະເເດງການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ ຂອງຊາວຫວຽດນາມໃນເມື່ອກ່ອນ ຊຶ່ງຄະນະນັກຂ່າວລາວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ເເລະສະໜິດສະໝົມຈາກຄະນະພັກ-ຄະນະນໍາເມືອງບ່າດີ່ງ ນະຄອນຫຼວງຮ່າໂນ້ຍ ສະເເດງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີຮັກເເພງຂອງພັກ-ລັດ ເເລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພັກ-ລັດ ເເລະ ປະຊາຊົນລາວ, ເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ເເລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ເເລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເເໜ້ນແຟ້ນ ເເລະ ໄດ້ຮັບການເສີມຂະຫຍາຍໃຫ້ລົງສູ່ລວງເລິກ. ນອກຈາກເກັບກຳຂ່າວຢູ່ນະຄອນຫຼວງຮ່າໂນ້ຍແລ້ວ, ຄະນະນັກຂ່າວລາວຍັງຈະໄປເຄື່ອນໄຫວເຮັດວຽກຢູ່ນະຄອນຫາຍຟ່ອງ ຕື່ມອີກ.


ຂ່າວ-ພາບ : ເດດອາລຸນ ແກ້ວວິໄລ


