ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສື່ມວນຊົນສືບຕໍ່ສຸມໃສ່ແກ້ໄຂບັນຫາສຸຂະພາບໜຶ່ງດຽວ

Nov 29, 2024

ສື່ມວນຊົນຈາກສູນກາງທີ່ເຂົ້າຮ່ວມໂຄງການ “ສື່ສໍາລັບສຸຂະ ພາບໜຶ່ງດຽວ” ຫຼື Media for One Health ໄດ້ສືບຕໍ່ເຝີກອົບຮົມຍົກລະດັບທັກສະກ່ຽວກັບວິທີການຂຽນຂ່າວແບບເຈາະເລິກ ໃນວຽກງານສຸຂະພາບໜຶ່ງດຽວ ຂຶ້ນວັນທີ 25-29 ພະຈິກ 2024 ຢູ່ແຂວງສະຫວັນນະເຂດ ເພື່ອແນໃສ່ຊຸກຍູ້ສົ່ງເສີມຊຸມ ຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາສຸຂະພາບຄົນ-ສັດ ແລະ ສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ໂດຍເອົາສື່ມວນຊົນເຂົ້າມາມີສ່ວນ ຮ່ວມໃນການກະຈາຍຂໍ້ມູນຂ່າວສານໃຫ້ເຂົ້າເຖິງປະຊາຊົນກວ້າງ ຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ ໂດຍມີວິທະຍາກອນຈາກອິນໂດເນ ເຊຍ ແລະ ອາຈານຈາກພາກວິຊາສື່ສານມວນຊົນ,ມະຫາວິທະຍາ ໄລແຫ່ງຊາດ ມາແລກປ່ຽນໃຫ້ຄວາມຮູ້ຕໍ່ບັນຫາດັ່ງກ່າວຢ່າງເລີກເຊິ່ງ.
ຊຸດເຝີກອົບຮົມຄັ້ງນີ້ສື່ມວນຊົນໄດ້ຮຽນຮູ້ ແລະ ເຂົ້າໃຈແຈ້ງຫຼາຍບັນຫາກ່ຽວກັບວິທີການຂຽນຂ່າວສຸຂະພາບ ແລະ ການຂຽນເລື່ອງເລົ່າ ທັງໃນພາບທິດສະດີ ແລະ ການປະຕິບັດຕົວຈິງ ເປັນຕົ້ນ ການວາງແຜນ ຂັ້ນຕອນ ການສຳພາດເອົາຂໍ້ມູນໃນກຸ່ມເປົ້າໝາຍພື້ນທີ່ຕົວຈິງ ການລົງເລີກຂຽນຂ່າວສືບສວນສອບ ສວນ ການເບິ່ງເຫັນບັນຫາ ແລະ ອື່ນໆ ພ້ອມນີ້ຍັງໄດ້ທັດສະນະສຶກ ສາຢ້ຽມຢາມ ແລະ ສຳພາດເຈົ້າຂອງໂຮງງານຜະລິດເຄື່ອງປັ້ນດິນເຜົາ ເຂດບ້ານພີນໃຕ້ ເມືອງອຸທຸມພອນ ແຂວງສະຫວັນນະ ເຂດ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມຈາກໂຄງການອາມີ ແລະ ໄດ້ໄປຢ້ຽມຢາມເບິ່ງວິຖີຊີວິດການເປັນຢູ່ຂອງປະຊາຊົນບ້ານປ່າກ້ວຍເມືອງຈຳພອນ ເພາະບ້ານນີ້ຍັງເປັນບ້ານທຸກຍາກທີ່ລັດ ຖະບານພວມສຸມໃສ່ແກ້ໄຂກ່ຽວກັບຊີວິດການເປັນຢູ່ ໂດຍແນໃສ່ໃຫ້ເຂົາເຈົ້າປ່ຽນແປງພືດຕິກຳຈາກການຂໍທານໃຫ້ຫັນມາທຳການຜະລິດ ເພື່ອແກ້ໄຂຄວາມທຸກຂອງເຂົາເຈົ້າໃຫ້ຫຼຸດລົງ ນອກນີ້ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວຂອງແຂວງສະຫວັນນະເຂດ ເຊັ່ນ: ໜອງປາຜາ ດົງລີງ ແລະ ຫໍໄຕປີດົກ ບ້ານໜອງລຳຈັນ ເມືອງຈຳພອນຕື່ມອີກ.