ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສື່ມວນຊົນ 30 ກວ່າຄົນ ຈາກປະເທດສະມາຊິກອາຊຽນ ຍົກລະດັບຄວາມຮູ້ກ່ຽວກັບຄວາມປອດໄພຂອງເດັກຈາກສື່ອອນລາຍ

Oct 3, 2024

ວິທະຍຸກະຈາຍສຽງແຫ່ງຊາດ ແຫ່ງ ສສ ຫວຽດນາມ (VOV) ຈັດຝຶກອົບຮົມຍົກລະດັບຄວາມຮູ້ໃນການເພີ່ມທະວີທັກສະການລາຍງານຂ່າວ ໃຫ້ສື່ມວນຊົນພາກພື້ນອາຊຽນ ກ່ຽວກັບຄວາມປອດໄພຂອງເດັກນ້ອຍ ຈາກສື່ອອນລາຍ ໃນລະຫວ່າງວັນທີ 3-5 ຕຸລາ 2024 ຢູ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ ໂດຍມີສື່ມວນຊົນຈາກ 10 ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ທ່ານ ໂງ ມິນ ຫຽນ (Ngo Minh Hien) ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສື່ມວນຊົນຂອງປະເທດສະມາຊິກອາຊຽນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມປອດໄພຂອງເດັກນ້ອຍໃນສື່ອອນລາຍ, ທັກສະການຜະລິດຂ່າວ, ການສົ່ງເສີມການຮ່ວມມື ແລະ ການສ້າງເຄືອຂ່າຍໃນການແລກປ່ຽນໃນອະນາຄົດ ແລະ ອື່ນໆ ເນື່ອງຈາກ ປັດຈຸບັນ, ສື່ສັງຄົມອອນລາຍ ມີບົດບາດສຳຄັນຫລາຍຕໍ່ເດັກນ້ອຍ ແລະ ໄວໜຸ່ມ, ທັງເປັນສື່ທີ່ມີທັງດ້ານດີ ແລະ ດ້ານບໍ່ດີ.
ສະນັ້ນ, ສື່ມວນຊົນ ຈະເຮັດແນວໃດ ເພື່ອປົກປ້ອງເດັກນ້ອຍໃຫ້ມີຄວາມປອດໄພຈາກການໃຊ້ສື່ສັງຄົມອອນລາຍ, ເພື່ອແນໃສ່ເຮັດໃຫ້ສື່ມວນຊົນໃນອາຊຽນນຳເອົາຄວາມຮູ້, ບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃຫ້ປະສົບຜົນສຳເລັດຕາມການມອບໝາຍ. ທັງເປັນການຮັດແໜ້ນການພົວພັນຮ່ວມມືວຽກງານສື່ມວນຊົນຈາກປະເທດສະມາຊິກອາຊຽນ ໃນການຜະລິດຂ່າວທີ່ປອດໄພສຳລັບເດັກນ້ອຍ ໃຫ້ໄດ້ຮັບການພັດທະນາ ແລະ ນັບມື້ດີຂຶ້ນເລື້ອຍໆ.
ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກັບບັນດາວິທະຍາກອນ ແລະ ແລກປ່ຽນຄຳຄິດຄຳເຫັນ, ຄວາມຮູ້ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ກ່ຽວກັບຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງ ດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ.