ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຸມໃສ່ປັບປຸງວຽກງານພັກ-ວຽກງານການເມືອງ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ

Mar 27, 2025

ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ, ຫົວໜ້າຫ້ອງການເມືອງ ກອງພົນທີ 3 ໃຫ້ສຳພາດຕໍ່ນັກຂ່າວກະຊວງປ້ອງກັນປະເທດວ່າ: ເພື່ອຂ່ຳນັບຮັບຕອ້ນ 3 ວັນປະ ຫວັດສາດ ຂອງພັກ, ຂອງຊາດ ໃນປີ 2025 ໃຫ້ຟົດຟື້ນກວ້າງຂວາງ ແລະ ຕໍ່ເນື່ອງ, ກອງພົນທີ 3 ໄດ້ມີແຜນການຫ້າງຫາກະກຽມການເຄື່ອນໄຫວຂະບວນ ການດ້ານຕ່າງໆ ໂດຍສະເພາະແມ່ນໄດ້ຊີ້ນໍາບັນດາກົມກອງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍເລີ່ມຈາກການສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງໃຫ້ພະ ນັກງານ-ນັກຮົບ ມີຈິດໃຈທີ່ເຂັ້ມແຂງ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ມີຄຸນທາດການເມືອງໜັກແໜ້ນ, ້ຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ ປະເທດຊາດເປັນແບບຢ່າງນໍາໜ້າ, ມີນໍາໃຈເສຍສະຫຼະເພື່ອຜົນປະໂຫຍດລວມຂອງຊາດ, ສາມາດເປັນກຳລັງຫຼັກແຫຼ່ງ ໃນວຽກປອ້ງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ.
ສໍາລັບການກໍ່ສ້າງພັກດ້ານການຈັດຕັ້ງ, ອົງການ-ການເມືອງ ໄດ້ເປັນເສນາທິ ການດ້ານວຽກງານພັກ-ວຽກງານການເມືອງ ລົງຊຸກຍູ້ກົມກອງເຄື່ອນໄຫວຕາມພາ ລະບົດບາດ, ປັບປຸງການຈັດຕັ້ງແຕ່ລະຂັ້ນຢ່າງເປັນລະບົບຕໍ່ເນື່ອງ ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ດໍາເນີນຊີວິດການເມືອງປົວແປງພາຍໃນພັກ, ກະກຽມບົດລາຍງານການເມືອງ, ເລືອກເຟັ້ນບຸກຄະລະກອນ ຜູ້ທີ່ມີມາດຖານເງື່ອນໄຂເຂົ້າເປັນຄະນະນໍາຊຸດຕໍ່ໄປ, ສ້າງຖືກຕ້ອງຕາມແຜນກຳນົດພະນັກງານສືບທອດປ່ຽນແທນ 3 ຮຸ້ນ: ຮຸ້ນອາໂສ, ຮຸ້ນກາງ ແລະ ຮຸ້ນໜຸ່ມ, ມີທັງເພດ, ເຜົ່າ, ຮັບປະ ກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ. ປັດຈຸບັນທົ່ວກອງພົນທີ 3 ມີ 1 ອົງຄະນະພັກ, 4 ຄະນະພັກ, 28 ຄະນະພັກຮາກຖານ, 138 ໜ່ວຍພັກ, ໜ່ວຍພັກແຂງ 119 ໜ່ວຍ, ກາງ 18 ໜ່ວຍ, ມີສະມາຊິກທັງໝົດ 2.298 ສະຫາຍ, ຍິງ 185 ສະຫາຍ, ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 2.023 ສະຫາຍ, ຍິງ 144 ສະຫາຍ, ກອງວັດທະນະທໍາ 3 ກົມກອງ. ຜ່ານການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ໃນຕະຫລອດໄລຍະໜຶ່ງປີຜ່ານມາ ເຫັນວ່າ: ທົ່ວກອງພົນ ສາມາດຮັກສາໄດ້ ຄຸນທາດການເມືອງ ໜັກແໜ້ນ, ຜ່ານຜ່າ ຂໍ້ຫຍຸ້ງຍາກນາໆ ປະການ, ມີຜົນສໍາເລັດຫຼາຍດ້ານ, ຮັກສາໄດ້ຈັນຍາບັນຂອງຜູ້ເຮັດວຽກງານພັກ-ວຽກງານການເມືອງ ເປັນເສນາທິການໃຫ້ແກ່ຄະນະພັກກອງພົນ ເປັນຢ່າງດີ.
ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ກ່າວຕື່ມອີກວ່າ: ເພື່ອຮັບປະກັນ ໃຫ້ກົມມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສືບຕໍ່ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ຄະນະພັກ-ຄະນະບັນຊາ ແຕ່ຂັ້ນຕ້ອງສືບຕໍ່ຄົ້ນຄ້ວາຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ກຳແໜ້ນບັນດາເນື້ອໃນມະຕິ, ຄໍາສັ່ງ, ທິດຊີ້ນໍາຂອງຂັ້ນເທິງເພື່ອນໍາໄປສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ ໃຫ້ມີການຫັນປ່ຽນອັນໃໝ່ຢ່າງຕັ້ງໜ້າ, ສ້າງພະນັກງານສະມາຊິກພັກໃຫ້ມີສະຕິ, ມີຄຸນສົມບັດ, ສິນທຳປະຕິວັດ, ມີແບບແຜນດໍາລົງຊີວິດທີ່ປອດໃສ ຕິດພັນກັບການດໍາເນີນຊີວິດການເມືອງພາຍໃນພັກ ໃຫ້ແຂງແຮງກວ່າເກົ່າ.
ໃນນີ້ ການສຶກສາອົບຮົມຕອ້ງກຳໃຫ້ໄດ້ລັກສະນະຈຸດພິເສດຂອງແຕ່ລະກົມກອງ, ເຫຼົ່າຮົບ, ສຶກສາຕາມ ເຫຼົ່າວິຊາສະເພາະ, ເຈາະຈົງເຂົ້າວຽກຕົວຈິງຂອງແຕ່ລະກົມກອງ, ຊີ້ນໍາຜູ້ເຮັດວຽກງານການເມືອງ ຢູ່ແຕ່ລະກົມເຄື່ອນໄຫວປຸກລະດົມ ສຶກສາອົບຮົມຢ່າງແຂງແຮງໃຫ້ແທດເຖິງຕົວຈິງ, ສ້າງຂະບວນການຢູ່ແຕ່ລະກົມກອງ ໃຫ້ຟົດຟື້ນຕໍ່ເນື່ອງ, ຄະນະພັກແຕ່ລະຂັ້ນ, ພະນັກງານສະມາຊິກພັກແຕ່ລະສະຫາຍຕ້ອງເປັນເຈົ້າການຍົກສູງສະຕິລະວັງຕົວ ປະຕິບັດກົດລະບຽບ ຂອງກອງທັບໃຫ້ເຂັ້ມງວດ, ເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານສາມະຊິກເປັນແບບຢ່າງທີ່ດີແກ່ກົມກອງ, ມີການສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະ, ເພື່ອຊີ້ນໍາ, ສຶກສາອົບຮົມຕໍ່ໄປ.
May be an image of 1 person and text