ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ແລະ​ລັດ​ຖະ​ບານ​ຈີນ ຈັດ​ງານ​ອວຍ​ພອນບຸນ​ກຸດ​ຈີນ

Jan 27, 2025

ຕອນ​ເຊົ້າ​ວັນ​ທີ 27 ມັງ​ກອນ​ນີ້, ​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ຄະ​ນ​ະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດງານ​ອວຍ​ພອນ​ປີ​ໃໝ່​ຈີນ ຫລື ບຸນ​ກຸດ​ຈີນ​ປີ 2025 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ຕາງ​ໜ້າ​ສູນ​ກາງ​​ພັກແລະ​ລັດ​ຖະ​ບານ​ຈີນ ອວຍ​ພອນ​ປີ​ໃໝ່​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​​ທົ່ວ​ປະ​ເທດ, ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ເກົາ, ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ ແລະ​ ຊາວ​ຈີນ​ຕ່າງ​ດ້າວ.
ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ເປັນ​ປະ​ທານ​ງານອວຍ​ພອນ​ປີ​ໃໝ່, ທ່ານ ຈ້າວ​ເລີ້​ຈີ້, ທ່ານ ວາງ​ຮູ້​ນີງ, ທ່ານ​ ​ໄຊ້​ຊີ, ທ່ານ ຕີ່ງ​ເຊ່ຍ​ຊຽງ, ທ່ານ ຫຼີ​ຊີ່​, ທ່ານ ຮານ​ເຈີ້ງ​ ແລະ​ ຜູ້​ນຳ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ.
Cr. CMG
May be an image of 1 person and text