ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສູນກາງສະຫະພັນກຳມະບານລາວ (ສກລ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວໄດ້ຈັດກິດຈະກຳບໍລິຈາກເລືອດເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີຂຶ້ນໃນວັນທີ 26 ມັງກອນນີ້ ທີ່ສຳນັກງານ ສກລ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອາລີຍາວັນ ອັກຄະວົງ ຮອງປະທານ ສກລ.
ທ່ານນາງ ຈັນເພັດ ມະນີແສງ ຫົວໜ້າກົມຂະບວນ ການ ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການປຸກລະດົມການບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ເພື່ອເປັນການສະ ເຫຼີມສະຫຼອງວັນສ້າງຕັ້ງ ສກລ ຄົບ ຮອບ 67 ປີ ຊຶ່ງເລືອດແມ່ນມີຄວາມໝາຍ-ສຳຄັນໃນການຊ່ວຍກອບກູ້ເອົາຊີວິດຂອງຄົນເຈັບ, ເລືອດບໍ່ມີໂຮງງານຜະລິດມີພຽງເລືອດຈາກຄົນສູ່ຄົນເທົ່ານັ້ນທີ່ສາມາດຊ່ວຍຊີວິດຄົນໄດ້.