ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນກາງສະຫະພັນແມ່ຍິງລາວ ສ້າງຂະບວນຮັບບໍລິຈາກເລືອດ “69 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ”

Jul 18, 2024

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການກາແດງແຫ່ງຊາດລາວ ສ້າງຂະບວນການຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອຄົນເຈັບທີ່ຕ້ອງການເລືອດຢູ່ໂຮງໝໍຕ່າງໆ ໃນຂອບເຂດທົ່ວປະເທດ ພາຍໃຕ້ຄຳຂວັນ “69 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ” ໂອກາດສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024).
ທ່ານ ນາງ ສິນທະມາລາ ລານາວັນ ຄະນະບໍລິຫານງານ, ຫົວໜ້າກົມໂຄສະນາ-ວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ການຈັດຂະບວນການຮັບບໍລິຈາກເລືອດ ຖືວ່າເປັນກິດຈະກຳໜຶ່ງ ທີ່ມີຄວາມສຳຄັນ ເພື່ອເປັນການສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ເປັນການປະກອບສວ່ນຊຸກຍູ້ຕໍ່ວຽກງານມະນຸດສະທຳຂອງປະເທດ ໂດຍສະເພາະແມ່ນການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນ, ເປັນການປະກອບສ່ວນຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ອັດຕາການຕາຍຂອງເດັກ ເຊິ່ງເຫັນວ່າ ຢູ່ ສປປ ລາວ ອັດຕາການເສຍຊີວິດຂອງແມ່ຍິງຖືພາເກີດລູກ ຍັງມີຕົວເລກທີ່ສູງສົມຄວນ ເຊິ່ງມີຫລາຍກໍລະນີ ເປັນຕົ້ນ ມີອາການເລືອດໄຫລ ເຊິ່ງຈຳເປັນຕ້ອງໄດ້ໃສ່ເລືອດ. ການມີເລືອດສໍາຮອງ ຢູ່ໃນສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງ ແລະ ບັນດາໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈຳເປັນ ເພື່ອຕອບສະໜອງເລືອດທີ່ປອດໄພໃຫ້ແກ່ຄົນເຈັບເຫລົ່ານັ້ນໃຫ້ທັນເວລາ.
ທ່ານ ນາງ ສິນທະມາລາ ລານາວັນ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍ ການນໍາຂອງຄະນະສະຫະພັນແມ່ຍິງລາວທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ທີ່ຈັດກິດຈະກຳຕ່າງໆ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ແມ່ຍິງລາວຮຸ່ນປັດຈຸບັນສືບຕໍ່ມູນ ເຊື້ອອັນດີງາມໃນຄວາມຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຍອມເສຍສະລະສິດຜົນປະໂຫຍດສ່ວນຕົວຂອງຕົນ ເພື່ອປະເທດຊາດ, ດັ່ງຄຳຂວັນທີ່ໄດ້ລະບຸ“ 69 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ”. ພ້ອມນີ້, ຍັງໄດ້ເຊີນຊວນທຸກທ່ານ ທີ່ມີເງື່ອນໄຂໃນການບໍລິຈາກເລືອດ ຈົ່ງໄດ້ປະກອບສວນຢ່າງແຂງແຮງໃນການເຂົ້າຮ່ວມຂະບວນການບໍລິຈາກເລືອດ ເພື່ອໃຫ້ມີເລືອດພຽງພໍ, ປອດໄພ ແລະ ຕອບສະໜອງໃຫ້ໄດ້ທັນເວລາ, ຈະບໍລິຈາກເລືອດໃນມື້ນີ້ ຫລື ໃນໂອກາດອື່ນໆ ຢ່າງຕໍ່ເນື່ອງ.
ຂ່າວ: ກິດຕາ
ພາບ: ສຳນານ