ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນກາງສະຫະພັນແມ່ຍິງລາວ ກຽມຈັດກິດຈະກຳສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ

Feb 22, 2025

ສູນກາງສະຫະພັນແມ່ຍິງລາວ ກຽມຈັດກິດຈະກຳເພື່ອສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8/3/ 1910- 8/3/2025) ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີ ພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໂດຍໄດ້ສ້າງແຜນງານ ແລະ ແຜນກິດຈະກໍາລະອຽດ.
ໃນວັນທີ 21 ກຸມພາ 2025 ຢູ່ສູນກາງສະຫະພັນແມ່ຍິງລາວ ນະຄອນຫລວງວຽງຈັນ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ວ່າ: ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນກ້ວາງຂວາງໃນທົ່ວປະເທດ, ຄະນະນຳສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງແຜນງານ, ແຜນກິດຈະກໍາລະອຽດເຊັ່ນ: ໄດ້ອອກແຈ້ງການເຖິງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະປະທານສະຫະພັນແມ່ຍິງບັນດາແຂວງ, ນະຄອນຫລວງວຽງຈັນ, ກະຊວງ-ອົງການ ຂັ້ນສູນກາງ ສະບັບເລກທີ 91/ສສຍລ, ລົງວັນທີ 10 ກຸມພາ 2025 ກ່ຽວກັບການສ້າງຂະບວນການ ແລະ ການຈັດຕັ້ງສະເຫລີມສະຫລອງວັນແມ່ຍິງສາກົນ (ວັນທີ 08 ມີນາ 2025) ຄົບຮອບ 115 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາຖະກະຖາຫວນຄືນປະຫວັດຄວາມເປັນມາ ຂອງວັນແມ່ຍິງສາກົນ ຕິດພັນກັບການສະຫລຸບການເຄື່ອນໄຫວວຽກງານພົວພັນຮ່ວມມືກັບຕ່າງປະເທດ ໃນ 1 ປີ ທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ຈັດກອງປະຊຸມ, ສຳມະນາ ທີ່ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ກົດໝາຍພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ກົດໝາຍວ່າດ້ວຍສະຫະພັນ ແມ່ຍິງລາວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມສະເໝີຍິງ-ຊາຍ ແລະ ຖະແຫລງການປັກກິ່ງ 12 ຂົງເຂດທີ່ໜ້າເປັນຫ່ວງ; ຈັດກິດຈະກຳສົ່ງເສີມວັດທະນະທຳ ຮີດຄອງປະເພນີທີ່ເປັນເອກະລັກ ທີ່ຕິດພັນກັບການ ທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງແວດລ້ອມ; ສ້າງຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ກິລາປະເພດຕ່າງໆ, ຂະບວນການອອກ ແຮງງານ, ການວາງສະແດງຜະລິດຕະພັນຫັດຖະກຳ, ຜົນຜະລິດກະສິກຳ ຕາມຄວາມສາມາດ ແລະ ຈຸດພິເສດຕົວຈິງຂອງແຕ່ລະພາກສ່ວນ; ກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກງານແມ່ຍິງ ແລະ ປະຫວັດມູນເຊື້ອວັນແມ່ຍິງສາກົນ ແລະ ກິດຈະກໍາອື່ນໆຕາມຄວາມເໝາະສົມ.
ສຳລັບສູນກາງສະຫະພັນແມ່ຍິງລາວ ຈະໄດ້ຈັດກິດຈະກໍາຫລັກ ເພື່ອເປັນການສະເຫລີມສະຫລອງ ວັນແມ່ຍິງສາກົນ 8 ມີນາ 2025 ປະກອບມີ: ຍ່າງເພື່ອສຸຂະພາບ ພາຍໃຕ້ຄໍາຂວັນ: “ສິດ ທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ຊຶ່ງຈະຈັດຂຶ້ນໃນວັນທີ 1 ມີນາ 2025 ທີ່ສວນປະຕູໄຊ; ສຳມະນາພາຍໃຕ້ຄໍາຂວັນ: ສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ, ຄວາມສະເໝີພາບ ແລະ ການເສີມສ້າງອໍານາດ ຊຶ່ງຈະຈັດຂຶ້ນໃນວັນທີ 5 ມີນາ 2025. ທັງນີ້, ກໍເພື່ອເຮັດໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ເຂົ້າໃຈ, ພ້ອມທັງເປັນເຈົ້າການຍາດແຍ່ງເອົາທິດຊີ້ນໍາຈາກຄະນະພັກ, ການສ້າງເງື່ອນໄຂ, ກາລະໂອກາດຈາກອົງການປົກຄອງແຕ່ລະຂັ້ນ, ການຮ່ວມໄມ້ຮ່ວມມືຈາກເພດຊາຍໃນຄອບຄົວ ແລະ ການຈັດຕັ້ງ, ການສະໜັບສະໜູນຊ່ວຍ ເຫລືອຈາກທຸກໆພາກ ສ່ວນ ໃນສັງຄົມທັງພາຍໃນ ແລະ ສາກົນ; ເຂົ້າຮ່ວມຂະບວນການພັດທະນາຕົນເອງ, ພັດທະນາຄອບຄົວ, ພັດທະ ນາການຈັດຕັ້ງ, ພັດທະນາປະເທດຊາດ ແລະ ເສີມ ຂະຫຍາຍໄດ້ຄຸນລັກສະນະທີ່ເປັນມູນເຊື້ອ ອັນດີງາມຂອງແມ່ຍິງລາວ ເຂົ້າໃນການດຳລົງຊີວິດໃນເງື່ອນໄຂໃໝ່, ປະກອບສ່ວນຊຸກຍູ້ສົ່ງເສີມໃຫ້ແມ່ຍິງ ໄດ້ສ້າງຄວາມເຊື່ອໝັ້ນ ແລະ ຖືສຳຄັນຕໍ່ບົດ ບາດຂອງແມ່ຍິງ ໃນການເຂົ້າຮ່ວມປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການປະຕິບັດນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາແມ່ຍິງລາວ.
ຂ່າວແລະພາບ: ກະຕ່າຍ