ສູນກາງແນວລາວສ້າງຊາດລົງຊຸກຍູ້ວຽກໂຄສະນາການສັກວັກຊີນຢູ່ແຂວງອັດຕະປື
ສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກງານໂຄສະນາການໃຫ້ວັກຊິນກັນພະຍາດໂຄວິດ-19 ແລະ ວັກຊິນກັນພະຍາດຕາມລະດູການແກ່ຊຸມຊົນ ລວມທັງການປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢູ່ ເມືອງສາມັກຄີໄຊ ແຂວງອັດຕະປື ໃນ ວັນທີ 29 ເມສາ 2024 ໂດຍປະຕິບັດຕາມແຜນ ການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ອົງການຢູນີເຊບ ປະຈຳ ສປປ ລາວ ກໍຄືການຮ່ວມລະຫວ່າງສູນກາງແນວລາວສ້າງຊາດ ແລະ ກະຊວງສາທາລະນະສຸກ ໂດຍໄດ້ເປີດກອງປະຊຸມປຶກສາຫາລື ສະພາບວຽກງານສັກຢາກັນພະຍາດ, ການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນກັນພະຍາດຕາມລະ ດູການ.

ຜູ້ເຂົ້າຮວມກອງປະຊຸມປຶກສາຫາລືຄັ້ງນີ້, ມີ ທ່ານ ວັນດີ ຈັນສົມບັດ ຫົວຫນ້າກົມຊັ້ນຄົນ ສູນກາງແນວລາວສ້າງຊາດ, ທ່ານຕະບອງເພັດ ພຸດທະວົງ ຊ່ຽວຊານວຽກງານໂຄສະນາ ແລະ ສື່ ສານມວນຊົນ ອົງການຢູນີເຊບ ປະຈໍາ ສປປ ລາວ, ມີ ທ່ານຮອງປະທານແນວລາວສ້າງຊາດແຂວງອັດຕະປື, ພະແນກສາທາ ລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງ, ສະຫະ ພັນແມ່ຍີງແຂວງ ແລະ ພະແນກການກ່ຽວຂ້ອງອື່ນໆ. ພ້ອມນີ້ຍັງມີບັນດາກຸ່ມບ້ານ, ແນວໂຮມບ້ານ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ ເພື່ອນໍາເອົາໄປໂຄສະນາໃຫ້ປະຊາຊົນ ໃຫ້ຄວາມຮູ້, ເຂົ້າ ໃຈ ແລະ ໃຫ້ຄວາມສຳຄັນຕໍ່ບັນຫາສຸຂະພາບ, ເປັນເຈົ້າການປຸກລະດົມລູກຫລານຂອງຕົນມາຮັບວັກຊີນກັນພະຍາດໃຫ້ຄົບຕາມເຂັມທີ່ແພດໝໍກຳນົດ.
ໂອກາດ ນີ້ ທ່ານ ວັນດີ ຈັນສົມບັດ ໄດ້ກ່າວເຖິງພາລະບົດ ບາດ ຂອງແນວລາວສ້າງຊາດວ່າ: ແນວລາວສ້າງຊາດ ແມ່ນອົງ ການຈັດຕັ້ງສຳພັນທາງການເມືອງຂອງທົ່ວສັງຄົມ, ແນວລາວສ້າງຊາດ ເປັນພາກສ່ວນໜຶ່ງໃນລະບົບການເມືອງ ໂດຍແມ່ນພັກປະ ຊາຊົນປະຕິວັດລາວເປັນແກນນຳ, ແນວລາວສ້າງຊາດມີພາລະບົດສຳຄັນຕົ້ນຕໍ ຄື: ເປັນຫລັກແຫລ່ງເຕົ້າໂຮມຄວາມສາມັກຄີປອງ ດອງ, ຄວາມເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ລວມທັງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ແລະ ເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງປະຊາຊົນ, ຕິດຕາມ ແລະ ໃຫ້ຄຳປຶກສາ, ສະເໜີແນະຕໍ່ການຈັດຕັ້ງການເມືອງສັງຄົມ, ບຸກຄົນ ແລະ ນິຕິ ບຸກຄົນ, ການເຄື່ອນໄຫວຂອງອົງການ.
ພ້ອມນີ້ ທ່ານຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງວຽກງານສັກຢາກັນພະຍາດ ແລະ ບົດບາດຂອງແນວລາວສ້າງຊາດ ໃນການປຸກລະດົມປະຊາຊົນບັນດາເຜົ່າ ໃຫ້ເອົາລູກຫລານມາຮັບວັກຊີນກັນພະຍາດຕາມລະດູການ ລວມທັງພະຍາດໂຄວິດ-19 ພິ ເສດແມ່ນສຸມໃສ່ລະດົມຜູ້ປົກຄອງນຳເອົາລູກຫລານຂອງຕົນທີ່ມີອາຍຸຕຳກວ່າ 5 ປີລົງມາ ມາຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເຊິ່ງຈະເລີ່ມສັກໃນລະຫວ່າງວັນທີ 20-31/5/2024 ໃນຂອບເຂດທົ່ວປະເທດ.
ພ້ອມນີ້, ຜູ້ຕາງຫນ້າ ພະແນກສາທາລະນະສຸກແຂວງ ກໍໄດ້ລາຍງານສະພາບການໃຫ້ວັກຊີນກັນພະຍາດພາຍໃນເມືອງ ແລະ ແຂວງອັດຕະປື, ພ້ອມນັ້ນກໍຍັງຈະໄດ້ແລກປ່ຽນຄຳເຫັນກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການໃຫ້ບໍລິການສັກວັກຊິນກັນພະ ຍາດໃນໄລຍະຜ່ານມາ. ຈາກ ນັ້ນ, ບັນດາຜູ້ຕາງໜ້າ ພະແນກການກ່ຽວຂ້ອງກໍໄດ້ປະກອບຄໍາຄິດຄໍາເຫັນ ໃນການແກ້ໄຂບັນຫາອັດຕາການສັກຢາໃຫ້ໄດ້ຕາມມາດຕະຖານ ທີ່ລັດຖະບານກຳນົດ.
ພາຍຫລັງກອງປະຊຸມ, ຜູ້ຕາງຫນ້າສູນກາງແນວລາວສ້າງຊາດສູນກາງ, ອົງການຢູນີເຊບ, ພະແນກສາທາລະນະສຸກ ກໍໄດ້ລົົງພົບປະໂອ້ລົມ ກັບປະຊາຊົນ ບ້ານຫະລາງ ເມືອງສາມັກຄີໄຊ ແຂວງອັດຕະປື ເພື່ອປຸກລະດົມວຽກງານການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ວັກຊິນກັນພະຍາດຕາມລະດູການ, ລວມທັງການໂຄສະນາການສັກວັກຊິນປ້ອງກັນ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ.
ພາຍຫລັງສຳເລັດ, ການລົງຊຸກຍູ້ວຽກໂຄສະນາ ຢູ່ແຂວງອັດຕະປືແລ້ວ, ສູນກາງແນວລາວສ້າງຊາດ, ອົງການຢູນີເຊັບ ແລະ ພາກສ່ວນກ່ຽວຂ້ອງ ຈະໄດ້ສືບຕໍ່ດໍາເນີນ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ອີກດ້ວຍ.



