ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນກາງແນວລາວສ້າງຊາດໄດ້ຮັບເຄື່ອງຊ່ວຍເຫຼືອ

Oct 31, 2024

ວັນທີ 30 ຕຸລາ 2024 ນີ້ ທີ່ສູນກາງແນວລາວສ້າງຊາດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ. ມອບໂດຍ ທ່ານ John Fryer ຜູ້ຕາງໜ້າອົງການໃຈບຸນສາກົນ (DIC) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ກ່າວຮັບໂດຍ ທ່ານ ຄໍາຢາດ ຣາຊດາວົງ ຫົວໜ້າກົມສາສະໜາ ສນຊ. ເປັນກຽດເຂົ້າຮ່ວມຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີເຂົ້າສານ ຈໍານວນ 100 ໂຕນ, ລວມເປັນມູນຄ່າທັງໝົດ 74,422.42 USD .
ໂອກາດດັ່ງກ່າວນີ້ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ໄດ້ຕາງໜ້າໃຫ້ຄະນະນໍາ ສູນກາງແນວລາວສ້າງຊາດ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ຄະນະທ່ານ John Fryer ຜູ້ຕ່າງໜ້າອົງການໃຈບຸນສາກົນ(DIC) ປະຈຳ ສປປ ລາວ; ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້.
ຂ່າວ+ພາບ: ດວງມະນີ