ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນກາງແນວລາວສ້າງຊາດ ໄດ້ຮັບເງີນ 20 ລ້ານກີບ ເພື່ອຊ່ວຍເຫລືອຜູ້ປະສົບໄພທຳມະຊາດ

Sep 4, 2024

ໃນວັນທີ 3 ກັນຍາ 2024 ນີ້ ທ່ານ ພູວົງ ພະມີສິດ ຫົວໜ້າຄະນະທີ່ປຶກສາວຽກ ງານຊົນເຜົ່າ, ສູນກາງແນວລາວສ້າງຊາດ ໄດ້ມອບເງິນສົດຈຳນວນ 20 ລ້ານກີບໃຫ້ສູນກາງແນວລາວສ້າງຊາດ ໂດຍການເປັນກຽດກ່າວຮັບຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.
ເງິນຈຳນວນດັ່ງກ່າວແມ່ນໃຫ້ສູນກາງແນວລາວສ້າງຊາດ ນຳໄປມອບຕໍ່ຊ່ວຍ ເຫຼືອໃຫ້ປະຊາຊົນຜູ້ທີ່ປະສົບໄພທຳມະຊາດນ້ຳຖ້ວມໃນໄລຍະຜ່ານມາ.
ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ກຳມະການສູນກາງແນວລາວສ້າງຊາດ ທີ່ໄດ້ປະກອບສ່ວນບິແບ່ງປັດໄຈຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ ໃນຄັ້ງນີ້.
ຂ່າວ+ພາບ: ຢຢ