ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນກາງ ປະເມີນການປະຕິບັດກົດໝາຍວ່າດ້ວຍລັດຖະບານ ຢູ່ແຂວງອັດຕະປື ແລະ ແຂວງເຊກອງ

Apr 21, 2025

ສູນກາງ ປະເມີນການປະຕິບັດກົດໝາຍວ່າດ້ວຍລັດຖະບານ ຢູ່ແຂວງອັດຕະປື ແລະ ແຂວງເຊກອງ
ວັນທີ 21 ເມສານີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງເຊກອງ ໄດ້ຈັດກອງປະຊຸມກ່ຽວກັບການປະຕິບັດກົດໝາຍວ່າດ້ວຍລັດຖະບານທີ່ຕິດພັນກັບແຂວງອັດຕະປື, ແຂວງເຊກອງ ແລະ ນິຕິກຳໃຕ້ກົດໝາຍຂອງລັດຖະບານ ໂດຍການເປັນປະທານຂອງ ທ່ານ ນາງ ບຸນໜັກ ດາລາງາແກ້ວ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ.
ກອງປະຊຸມຄັ້ງນີ້, ບັນດາທ່ານທີ່ເຂົ້າຮ່ວມທັງສອງແຂວງໄດ້ຮັບຟັງການກ່າວເປີດ ແລະ ໄດ້ຮັບຟັງການປະກອບຄຳເຫັນຈາກການນຳທັງສອງແຂວງຈຳນວນໜຶ່ງ ເພື່ອເປັນການທົບທວນຄືນບັນດາຄຳເຫັນທີ່ມີຜົນປະໂຫຍດຫຼາຍຢ່າງກ່ຽວກັບການຈັດຕັ້ງປະຕິບັດຕົວຈິງຂອງບັນດານິຕິກຳຕ່າງໆຂອງລັດຖະບານທີ່ສົ່ງ ໃຫ້ບັນດາກະຊວງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ ຊຶ່ງອີງຕາມການລາຍງານຈາກຄະຮັບຜິດຊອບຂັ້ນສູນກາງ ແລະ ທ້ອງຖິ່ນທີ່ໄດ້ລາຍງານກ່ຽວກັບການປະເມີນກົດໝາຍວ່າດ້ວຍລັດຖະບານ ແລະ ແຜນການຕໍ່ໜ້າ ໃນການປັບປຸງກົດໝາຍຂອງລັດຖະບານ ແລະ ເອກະສານທາງການທີ່ຫ້ອງວ່າການສຳນັກງານນາຍົກໄດ້ສົ່ງເຖິງສອງແຂວງໃນໄລຍະ ແຕ່ປີ 2023-2025 ເຫັນວ່າອົງການຈັດຕັ້ງລັດແຕ່ລະພາກສ່ວນໄດ້ຮັບການຍົກສູງດ້ານຄຸນນະພາບດີຂຶ້ນເປັນກ້າວໆ, ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມໃຫ້ອົງການປົກຄອງທ້ອງຖິ່ນຮັບຜິດຊອບໂດຍກົງເຂົ້າໃນການພັດທະນາຂົງເຂດຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງລັດຖະບານ, ສາມາດກາຍໄດ້ເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ຂະແໜງການ ໃນການຄຸ້ມຄອງ, ກວດກາຢ່າງມີປະສິດທິພາບ ແລະ ປະສິດຜົນ.
ຈຸດປະສົງ ກໍເພື່ອເຮັດໃຫ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເປັນເອກະ ພາບກັນໃນທົ່ວປະເທດ ແນໃສ່ເຮັດໃຫ້ການປະຕິບັດນິຕິກຳໃຕ້ກົດໜາຍຂອງລັດຖະບານ ມີຄວາມເຂົ້າໃຈເລິກເຊິ່ງ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຄວາມເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ກອງປະຊຸມໄດ້ສະເໜີໃຫ້ທຸກພາກສ່ວນໄດ້ມີການປະກອບຄຳເຫັນ, ແລກປ່ຽນດ້ວຍການຕີລາຄາໃນການຈັດຕັ້ງປະຕິບັດຜ່ານມາ ທີ່ເຫັນວ່າຍັງບໍ່ໄດ້ຮັບການປັບປຸງໃຫ້ເຂົ້າສູ່ລະບຽບຫຼັກການ ແລະ ຈະແຈ້ງໃນການຈັດຕັ້ງປະຕິບັດ.
ໂດຍ: ໄພບູນ