ວັນທີ 25 ຕຸລາ 2024, ສູນການຄ້າເຟຣັນຊິບມໍ ແລະ ຄະ ນະວິສະວະກຳສາດ, ມະຫາວິທະຍາໄລຈຳປາສັກ (ມຈ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ. ພິທີຈັດຂຶ້ນຢູ່ສູນການຄ້າເຟຣັນຊິບມໍ ຫຼັກ 2 ນະຄອນປາກເຊ, ຝ່າຍສູນການຄ້າເຟຣັນຊິບມໍ ລົງນາມໂດຍ ທ່ານ ສັກໄຊ ແສງ ອາລຸນ ຮອງປະທານກຸ່ມບໍລິສັດ ຕງຈະເລີນ ຜູ້ອໍານວຍການສູນການຄ້າ ເຟຣັນຊີບມໍ, ຝ່າຍຄະນະວິສະວະກຳສາດ ມຈ ລົງນາມໂດຍ ທ່ານ ປອ.ດວງດາວັນ ຄໍາແກ້ວ ຄະນະບໍດີ ຄະນະວິສະວະກຳສາດ ມຈ.
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ສອງຝ່າຍ ໄດ້ຕົກລົງເຫັນດີສົ່ງເສີມການພົວພັນ – ຮ່ວມມືກັນທາງດ້ານວິຊາການ ແລະ ການແລກປ່ຽນບັນດາຂໍ້ມູນ, ແລກປ່ຽນບົດຮຽນຕ່າງໆ ເຊິ່ງກັນ ແລະ ກັນ ເປັນຕົ້ນ ການຝຶກອົບຮົມບຸກຄະລາກອນ, ການຄົ້ນຄວ້າວິທະຍາສາດ, ການສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ການແລກປ່ຽນອື່ນໆ ເຊິ່ງຈະເປັນຜົນດີຕໍ່ທັງສອງຝ່າຍ ໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ການແລກປ່ຽນດ້ານວິຊາການ ໃນການສໍາຫຼວດ - ອອກແບບ – ກໍ່ສ້າງ ເສັ້ນທາງ ແລະ ດ້ານການຕິດຕັ້ງໄຟຟ້າ, ການຈັດກິດຈະກາຮ່ວມກັນ, ການຈັດສຳມະນາ, ຝຶກອົບຮົມ, ການສ້າງແຜນວຽກ ແລະ ປະຕິບັດວຽກງານຮ່ວມກັນທັງສອງ.
ນອກນີ້ ແມ່ນການພັດທະນາການແລກປ່ຽນທາງດ້ານວິຊາ ການ ດ້ວຍການຮັບເຊີນບັນລະຍາຍພິເສດ ແລະ ການຝຶກອົບ ຮົມຕາມຫົວຂໍ້ທີ່ກ່ຽວຂ້ອງກັບວຽກງານການນໍາໃຊ້ເຄື່ອງມື, ການ ນໍາໃຊ້ວັດສະດຸໃນການຕົກແຕ່ງພາຍນອກ – ພາຍໃນອາຄານ ແລະ ການກໍ່ສ້າງທາງດ້ານສະຖາປັດຕະຍະກຳ, ວິສະວະກຳໂຍທາ ແລະ ວິສະວະກຳໄຟຟ້າ, ການສົ່ງນັກກສຶກສາໄປລົງປະສົບການ, ລົງຝຶກ ຫັດງານໃນສະຖານທີ່ກໍ່ສ້າງຕ່າງໆທີ່ທາງກຸ່ມບໍລິສັດ ຕັງຈະເລີນ ເປັນຜູ້ດູແລຄວບຄຸມໂຄງການກໍ່ສ້າງ.
ຂ່າວ-ພາບ: ທູນທອງໃຈ




