ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນຄຮິສຕະຈັກຂ່າວປະເສີດ ມອບເຂົ້າສານເພື່ອໄປມອບໃຫ້ຜູ້ປະສົບໄພທຳມະຊາດ ທີ່ແຂວງພາກເໜືອ

Oct 31, 2024

ວັນທີ 30 ຕຸລາ 2024 ຢູ່ສະຖານທີ່ຮັບບໍລິຈາກວັດທາດຝຸ່ນ, ນະຄອນຫລວງວຽງ ຈັນ. ຕາງໜ້າສູນຄຮິສຕະຈັກຂ່າວປະເສີດ ປະຈຳນະຄອນຫຼວງວຽງຈັນ. ນຳພາໂດຍທ່ານ ສາຍຄຳ ສິງອິດທິພົນ ພ້ອມດ້ວຍຄະນະ ໄດ້ນຳເອົາເຂົ້າສານຈຳນວນ 4 ໂຕນ ມາມອບໃຫ້ ຄະນະຮັບຜິດຊອບເຄື່ອງຊ່ວຍເຫຼືອບັນເທົາທຸກ ນະຄອນຫຼວງວຽງຈັນ ເພື່ອໄປມອບໃຫ້ຜູ້ປະສົບໄພທຳມະຊາດ ທີ່ແຂວງພາກເໜືອ.
ຕາງໜ້າຮັບໂດຍ ພຣະອາຈານໃຫຍ່ ບຸນສ່ວນ ພັນທະວົງ ປະທານ ອພສ ນະຄອນ ຫຼວງ, ທ່ານ ສົມໃຈ ຊົ່ງຈົ່ງເຕັງ ຮອງປະທານແນວລາວສ້າງຊາດ ນະຄອນຫຼວງວຽງ ຈັນ ພ້ອມດ້ວຍຄະນະ ລວມມູນຄ່າທັງໝົດ 79.000.000 ກີບ.