ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນປະສານງານການຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ຊ່ວຍເຫລືອລັດຖະບານລາວ 167.800 ກວ່າໂດລາ

Sep 20, 2024

ພິທີມອບ-ຮັບເຄື່ອງຊ່ວຍເຫລືອທີມງານສູນປະສານງານການຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ຫລື AHA Center ປະຈໍາປະເທດມາເລເຊຍໃຫ້ແກ່ລັດຖະບານລາວ ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ບັນດາແຂວງໃນທົ່ວປະເທດ ຂຶ້ນໃນວັນທີ 17 ກັນຍານີ້ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຝ່າຍລາວມີທ່ານ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ແລະ ຕາງໜ້າທີມງານສູນປະສານງານການຊ່ວຍເຫລືອດ້ານມະນຸດສະທໍາອາຊຽນແມ່ນທ່ານ ແອນດູ ມາດານູກາຮາ ພ້ອມດ້ວຍຄະນະ
ໃນໂອກາດນີ້ ທ່ານທ່ານ ແອນດູ ມາດານູກາຮາ ຕາງໜ້າທີມງານສູນປະສານງານການຊ່ວຍ ເຫລືອດ້ານມະນຸດສະທໍາອາຊຽນປະຈໍາປະເທດມາເລເຊຍ ມີຄໍາເຫັນກ່າວມອບເຄື່ອງຊ່ວຍ ເຫລືອຄັ້ງນີ້ວ່າ: ເຄຼື່ອງຊ່ວຍເຫຼຼືອດ້ານມະນຸດສະທໍາເຫຼົ່ານີ້ເຊິ່ງເປັນສ່ວນໜຶ່ງຂອງກິດຈະກໍາຮ່ວມມືດ້ານວຽກງານບັນເທົາທຸກຂອງບັນດາປະເທດສະມາຊິກອາຊຽນ ເພື່ອຍົກສູງການຮ່ວມມືລະຫວ່າງ ບັນດາປະເທດໃນພາກພືນອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນໃນການຊ່ວຍເຫຼຼືອຕອບໂຕ້ໄພພິບັດ, ເຊິ່ງຈະເປັນການປະກອບສ່ວນຊ່ວຍລັດຖະບານລາວນໍາໄປຊ່ວຍເຫຼຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຫຼຼືເຫດການສຸກເສີນອື່ນໆ ທັງຈະອໍານວຍຄວາມສະດວກໃຫ້ສາມາດຕອບໂຕ້ໄພພິບັດສຸກເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ. ທີມງານສູນປະສານງານການຊ່ວຍເຫລືອດ້ານມະນຸດສະທໍາອາຊຽນເວລາໃດກໍ່ຢຶດໝັ້ນຕໍ່ການຮ່ວມມືທີ່ດີຂອງສະມາຊິກອາຊຽນ ແລະ ຍິນດີທີ່ໄດ້ໃຫ້ການຊ່ວຍເຫຼຼືອເຊິ່ງກັນ ແລະ ກັນ ໃນຍາມປະເທດໃດໜຶ່ງພົບຄວາມຫຍຸ້ງຍາກ. ເຄຼື່ອງຊ່ວຍເຫຼຼືອເຫຼົ່ານີ້ເປັນສິ່ງທີ່ຈໍາເປັນສໍາລັບປະຊາຊົນທີ່ກໍາລັງປະເຊີນກັບຜົນກະທົບຈາກໄພພິບັດທາງທໍາມະຊາດ.
ໂອກາດນີ້ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ
ຕາງໜ້າລັດຖະບານໄດ້ມີຄໍາເຫັນກ່າວຮັບເຄື່ອງຊ່ວຍເຫລືອຄັ້ງນີ້ວ່າ: ຕາງໜ້າລັດຖະບານລາວກໍ່ຄືກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ຮູ້ສຶກຂອບໃຈ ແລະ ຍິນດີທີ່ທີມງານສູນປະສານງານການຊ່ວຍເຫລືອດ້ານມະນຸດສະທໍາອາຊຽນປະຈໍາປະເທດມາເລເຊຍໃຫ້ການສະໜັບສະໜູນລາວຢ່າງຕໍ່ເນື່ອງ ໃນການຮັບມືກັບໄພພິບັດຕະຫລອດມາ, ເຊິ່ງກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍ່ຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຕາງໜ້າໃຫ້ລັດຖະບານລາວຕີລາຄາສູງຕໍ່ການຊ່ວຍເຫຼຼືອໃນຄັ້ງນີ້ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະຈັດສົ່ງໄປໃຫ້ປະຊາຊົນຜູ້ທີ່ປະສົບໄພພິບັດຢູ່ບັນດາແຂວງໃນຂອບເຂດທົ່ວປະເທດທີ່ຍັງປະເຊີນກັບຄວາມຫຍຸ້ງຍາກໃນປັດຈຸບັນໃຫ້ທົ່ວເຖິງ.
ເຄື່ອງຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ຫລື AHA Center ປະຈໍາປະເທດມາເລເຊຍນໍາມາຊ່ວຍເຫລືອຄັ້ງນີ້ປະກອບມີ ເຄື່ອງໃຊ້ຄອບຄົວ 508 ຊຸດ, ເຄື່ອງສຸຂະອານາໄມ 3.000 ຊຸດ, ຊຸດສ້ອມແປງເຮືອນ 1.000 ຊຸດ, ເຄື່ອງໃຊ້ຄົວເຮືອນ 2.000 ຊຸດ, ອາຫານປະເພດກະປັອງສໍາເລັດຮູບ ຫລື Jerry Can 3.000 ຊຸດ ແລະ ມຸ້ງ 5.000 ດາງ.ລວມມູນຄ່າ 167.800 ກວ່າໂດລາສະຫະລັດ.%
ໂດຍ: ບຸນຍັງ ພຸດສະຫວັດ