ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນປະສານງານການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ລາວ

Sep 19, 2024

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ.
ກ່າວມອບໂດຍ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນ AHA Center) ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.
ເຄື່ອງຊ່ວຍເຫລືອໃນຄັ້ງນີ້ ປະກອບມີ: ເຄື່ອງໃຊ້ຄອບຄົວ 508 ຊຸດ, ເຄື່ອງສຸຂະອະນາໄມ 3.000 ຊຸດ, ຊຸດສ້ອມແປງເຮືອນ 1.000 ຊຸດ, ເຄື່ອງໃຊ້ ເຮືອນຄົວ 2.000 ຊຸດ, ອາຫານກະປ໋ອງສຳເລັດຮູບ 3.000 ຊຸດ ແລະ ມຸ້ງ 5.000 ຊຸດ. ລວມມູນຄ່າຫລາຍກວ່າ 167.000 ກວ່າໂດລາສະຫະລັດ.
ເຄື່ອງດັ່ງກ່າວ ຈະນຳໄປຊ່ວຍເຫລືອບັນເທົາທຸກໃຫ້ແກ່ປະຊາຊົນ ຢູ່ບັນດາແຂວງ ທີ່ຖືກຜົນກະທົບ ເພື່ອຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ: ຢ່າຕົ້ງ