ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ຈັດງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025.

Jan 2, 2025

ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ຈັດງານສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ຢູ່ ຄຣິສຕະຈັກຂ່າວປະເສີດ ນາໄຊ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນຄືນວັນທີ 31 ທັນວາ 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ຮອງປະທານສູນກາງແນວລາວສ້າງຊາດ, ມີປະທານສູນລວມຄຣິສຕະຈັກຂ່າວປະເສີດ, ບັນດາອາຈານຈາກສູນລວມ ຄຣິສຕະຈັກຂ່າວປະເສີດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ການຈັດງານຄັ້ງນີ້ ນອກຈາກເປັນການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025 ຍັງເປັນການສະລຸບ ແລະ ທົບທວນຄືນເຖິງຜົນງານການເຄື່ອນໄຫວວຽກງານຂອງ ຄຣິສຕະຈັກຂ່າວປະເສີດ ຕະຫຼອດໄລຍະຜ່ານມາ. ນອກນັ້ນຍັງມີການອວຍພອນເຊິ່ງກັນແລະກັນ ແລະ ແຈກຂອງຂວັນ.
ໃນໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ມີຄໍາເຫັນຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວປີ 2024 ຂອງສູນລວມຄຣິສຕະຈັກຂ່າວປະເສີດ ແລະ ອົງການຈັດຕັ້ງສາ ສະໜາຕ່າງໆໃນ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ປະກອບສ່ວນໃນການປະຕິບັດ 2 ວາລະແຫ່ງຊາດຂອງລັດຖະບານລາວ, ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິ 04/ ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ປະກອບສ່ວນໃນການລະດົມວັດຖຸປັດໄຈ ຊ່ວຍວຽກງານສັງຄົມສົງເຄາະ, ໂດຍສະເພາະແມ່ນການບັນເທົາທຸກຜູ້ປະສົບໄພທຳມະຊາດ ເຊັ່ນ: ໄພນໍ້າຖ້ວມຢູ່ແຂວງຫຼວງ, ຫົວພັນ, ນະຄອນຫຼວງ ແລະ ແຂວງອື່ນໆ, ປີນີ້ແນວລາວສ້າງຊາດ ໄດ້ທົບ ທວນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມ 9 ເນື້ອໃນຂໍ້ແຂ່ງຂັນ, ໃນນັ້ນທີ່ ເປັນຂະບວນການພົ້ນເດັ່ນ ແມ່ນຂະບວນການສ້າງຄຸນງາມຄວາມດີ ຫຼື ຮັກບ້ານເກີດ ໄດ້ມີການປະກອບສ່ວນທາງດ້ານ ວັດຖຸ ຈິດໃຈຢ່າງຫຼວງຫຼາຍບັນລຸ 58 ຕື້ກວ່າກີບ, ໃນຈໍານວນດັ່ງກ່າວການຈັດຕັ້ງສາສະໜາຕ່າງໆ ໄດ້ປະກອບສ່ວນຫຼາຍພໍຮອງປະທານສູນກາງແນວລາວສ້າງຊາດສົມຄວນ.
ພ້ອມນີ້ ທ່ານໄດ້ແນະນໍາໃຫ້ ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ສືບຕໍ່ເສີມຂະຫຍາຍຜົນງານ ແລະ ຄຸນງາມຄວາມດີທີ່ເຮັດໄດ້ໃນໄລຍະຜ່ານມາ ເພື່ອປະກອບສ່ວນເຂົ້າໃນການພັດທະນາໃນລາວ.
อาจเป็นรูปภาพของ 5 คน, วัด และ ข้อความ
อาจเป็นรูปภาพของ 1 คน, วัด, ต้นไม้ และ ข้อความ