ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນວັດທະນະທຳຈີນປະຈຳລາວຈັດງານວາງສະແດງຮູບແຕ້ມ

Mar 8, 2025

ສູນວັດທະນະທຳຈີນປະຈຳລາວ ຈັດງານວາງສະແດງຮູບແຕ້ມ “ພິບຕາສູ່ສະຫັດສະຫວັດ-ການເປັນມິດຕໍ່ເພື່ອນບ້ານດ້ວຍຈິດໃຈທີ່ເມດຕາ ໃນຮູບແຕ້ມຖັງຂາຂອງຈີນ” ໃນວັນທີ 7 ມີນານີ້ ທີ່ສູນວັດທະນະທຳຈີນ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ຫຼີຍີ່ຜິງ, ຫົວໜ້າສູນວັດທະນະທໍາຈີນປະຈໍາລາວພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ຫຼີຍີ່ຜິງ ໃຫ້ຮູ້ວ່າ: ຖັງຂາແມ່ນຮູບແບບສິລະປະການແຕ້ມຮູບທີ່ມີເອກະລັກສະເພາະໃນວັດທະນະທໍາຊີຈ້າງ, ມີເນື້ອໃນກ່ຽວພັນກັບປະຫວັດສາດລະ ບອບການເມືອງ, ວັດທະນະທໍາ ແລະ ຊີວິດທາງສັງຄົມຂອງຊົນເຜົ່າຊີຈ້າງ, ກາຍເປັນທີ່ຮູ້ຈັກໃນຊື່ “ສາລານຸກົມ” ຂອງຊົນເຜົ່າຊີຈ້າງ ແລະ ປັດຈຸບັນມີປະຫວັດສາດຍາວນານກວ່າ 1,300 ປີ. ປີ 2006 ສິລະປະຮູບແຕ້ມຖັງຂາ ໄດ້ຖືກຈັດເຂົ້າບັນຊີລາຍຊື່ມໍຣະດົກວັດທະນະທໍານາມມະທໍາລະດັບປະເທດ, ປີ 2009 ໄດ້ຖືກຈັດເຂົ້າບັນຊີລາຍຊື່ຕົວແທນມໍຣະດົກວັດທະນະທໍານາມມະທໍາຂອງມວນມະນຸດ ໂດຍອົງການອຸຍແນສໂກ.
ຖັງຂາ ເປັນສິລະປະປະຈໍາຊົນເຜົ່າທີ່ໂດດເດັ່ນ, ມີສີສັນທາງສາສະໜາ ແລະ ມີຮູບແບບສິລະປະອັນເປັນເອກະລັກ. ສີທີ່ໃຊ້ໃນການແຕ້ມນັ້ນໄດ້ມາຈາກແຮ່ທາດບໍລິສຸດທີ່ລໍ້າຄ່າເຊັ່ນ: ຄໍາ, ເງິນ, ຫີນໂມລາ, ປາກະລັງ, ຫີນເທີຄອຍ, ຊິນນາບາ ແລະ ອື່ນໆ, ວັດຖຸດິບຈາກທໍາມະຊາດເຫຼົ່ານີ້ຊ່ວຍໃຫ້ຖັງຂາມີສີສັນສົດໃສ, ເຖິງຈະຜ່ານການເວລາມາຫຼາຍຮ້ອຍປີ, ແຕ່ກໍຍັງຄົງງົດງາມຕະການຕາ. ການແຕ້ມຮູບຖັງຂາຈໍາເປັນຕ້ອງຜ່ານຂັ້ນຕອນທີ່ເຂັ້ມງວດ ແລະ ຊັບຊ້ອນ, ຮູບໜຶ່ງຢ່າງຕໍ່າຕ້ອງໃຊ້ເວລາໃນການແຕ້ມເຄິ່ງປີ ແລະ ດົນສຸດໃຊ້ເວລາໃນການແຕ້ມເຖິງ 10 ປີ ຈຶ່ງຈະສໍາເລັດ.
ດັ່ງນັ້ນ, ຈຶ່ງຖືກຂະໜານນາມວ່າເປັນສົມບັດແຫ່ງສິລະປະຈິດຕະກໍາຊົນຊາດຈີນ, ເປັນມໍຣະດົກວັດທະນະທໍານາມມະທໍາທີ່ລໍ້າຄ່າໃນສິລະປະພື້ນເມືອງຂອງຊົນຊາດຈີນ,
ງານຄັ້ງນີ້ ໄດ້ຄັດເລືອກເອົາຜົນງານຮູບແຕ້ມຖັງຈໍານວນ 32 ຮູບຈາກ “ຮູບແຕ້ມຖັງຂາໜຶ່ງພັນຮູບຂອງ ຄຸຣູ ປັດທະມາສໍາພາວາ”, ຮູບແຕ້ມຖັງຂາທີ່ງົດງາມເຫຼົ່ານີ້ ແມ່ນໄດ້ແຮງບັນດານໃຈຈາກການເດີນທາງຂອງຄຸຣູ ປັດທະມາສໍາພາວາ ໄດ້ໄປຍັງປະເທດຕ່າງໆ ຊຶ່ງສະແດງໃຫ້ເຫັນຂໍ້ມູນຮູບແຕ້ມກ່ຽວກັບຮີດຄອງປະເພນີ, ວັດທະນະທໍາ, ສິລະປະ, ຄວາມເຊື່ອ, ພູມສາດ ແລະອື່ນໆຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ຊີຈ້າງ ປະເທດຈີນ ເມື່ອພັນປີກ່ອນ.
ຂ່າວ-ພາບ: ບຸນອູ້ມ