ວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຂອບໃຈຕໍ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມສຳຄັນ ໃນຍາມທີ່ສັງຄົມຜະເຊີນກັບໄພພິບັດທາງທຳມະຊາດ ໃນຄັ້ງນີ້ ແລະ ໄດ້ນຳເອົາເງິນຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນຊ່ວຍເຫລືອປະຊາຊົນ ທີ່ປະສົບໄພພິບັດທາງທໍາມະຊາດ ຢູ່ ສປປ ລາວ ໃຫ້ກ້າວໄປເຖິງກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້, ໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢ່າງທົ່ວເຖິງ.
ສໍາລັບ ກະຊວງ ຖວທ ເລີ່ມຮັບບໍລິຈາກ ການຊ່ວຍເຫລືອຈາກສັງຄົມ ໃນວັນທີ 16-18 ກັນຍາ 2024 ມີຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເຂົ້າມາມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍເຫລືອຕ້ານໄພນ້ຳຖ້ວມ ຢູ່ ສປປ ລາວ ລວມມູນຄ່າທັງໝົດ 175 ລ້ານກວ່າກີບ.



