ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນວັດທະນະທຳຈີນ ຮ່ວມກັບ ມຊ ຈັດກິດຈະກໍາໃນບຸນໄຫວ້ພະຈັນ 2024

Sep 12, 2024

ສູນວັດທະນະທຳຈີນ ປະຈໍາ ສປປ ລາວ ຮ່ວມກັບ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກິດຈະກໍາ “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ປີ 2024 ໃນວັນທີ 12 ກັນຍາ 2024 ໂດຍພະນັກງານຈາກສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຂຶ້ນອ່ານບົດກອນ “ຈື້ຊ້ຽງຊູ້” ເຊິ່ງເປັນຜົນງານອັນດັບໜຶ່ງຂອງ ຊູ່ຖິງ ນັກກະວີຊາວຈີນ ສະໄໝໃໝ່ທີ່ມີຊື່ສຽງ. ພ້ອມນີ້, ນັກສຶກສາຈາກພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິ ທະຍາໄລແຫ່ງຊາດ ຍັງໄດ້ເລົ່າບົດກະວີ “ຈ້າຍເປັຍຄ່າງສຽວ”,“ດວງຈັນໃນໃຈຂ້ອຍ”, “ຊ່ຽງໂສວ”, “ການຄິດເຖິງຂອງຂ້ອຍເປັນວົງກົມ”. ນອນນັ້ນ, ຍັງມີການຟ້ອນ “ພິພະ” ແລະ ຮ້ອງບົດເພງ “ຂ້ອຍ ແລະ ປະເທດຊາດຂອງຂ້ອຍ”.
ກິດຈະກຳຄັ້ງນີ້, ເປັນຄັ້ງທໍາອິດ ທີ່ສູນວັດທະນະທຳຈີນ ປະຈຳ ລາວ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມກັນຈັດຂຶ້ນ ເຊິ່ງມີຄວາມສໍາຄັນຢ່າງຍິ່ງໃນການສົ່ງເສີມ ການແລກປ່ຽນທາງວັດທະນະທໍາລະຫວ່າງ ລາວ-ຈີນ, ທັງເປັນການເພີ່ມທະວີການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງອະລິຍະທໍາ ລາວ-ຈີນ. ໃນອະນາຄົດ, ສູນວັດທະນະທໍາຈີນ ປະຈໍາ ລາວ ຈະສືບຕໍ່ຈັດກິດຈະກໍາ “ຮ່ວມກັນຊົມພະຈັນດວງດຽວກັນ”, ການສະແດງບຸນໄຫວ້ພະຈັນທີ່ມີຄວາມຫລາກຫລາຍ ແລະ ໃຫ້ມວນຊົນມີສ່ວນຮ່ວມຫລາຍຂຶ້ນ.
ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ກໍໄດ້ມີຄຳເຫັນວ່າ: ການຈັດກິດຈະກໍາຄັ້ງນີ້, ແມ່ນໜຶ່ງໃນກິດຈະກຳທີ່ນອນຢູ່ໃນຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ກິດຈະກໍາຈະເກີດຂຶ້ນໄດ້ຍ້ອນການສະໜັບສະໜູນຈາກ ສູນວັດທະນະທໍາຈີນປະຈໍາ ສປປ ລາວ, ທັງເປັນສ່ວນໜຶ່ງໃນການສະໜອງຂໍ້ມູນເພີ່ມເຕີມໃຫ້ແກ່ ຄະນະອັກສອນສາດ ເພື່ອບັນລຸວິໄສທັດຂອງຕົນ ທີ່ວ່າ ຄະນະອັກສອນສາດ ເປັນສູນກາງການສຶກສາ ຄົ້ນຄວ້າທາງດ້ານ ພາສາ-ວັດທະນະທໍາ ແລະ ສື່ ສານມວນຊົນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຫວັງວ່າ ຜ່ານກິດຈະກໍານີ້, ຈະເຮັດໃຫ້ນັກສຶກສາ ລາວ, ພະນັກງານ, ຄູ-ອາຈານ ແລະ ຜູ້ມີສ່ວນຮ່ວມ ໄດ້ຮັບຮູ້ເຖິງປະຫວັດສາດການຮ່ວມມື, ຮັບຊາບເຖິງຜົນງານການຮ່ວມມືທາງຍຸດທະສາດ ແລະ ອຶ່ນໆ.
ເຂົ້າຮ່ວໃນກິດຈະກຳຄັ້ງນີ້, ມີ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ຕູ້ສາງຊິ່ງ ຫົວໜ້າພະແນກການເມືອງ ສະຖານທູດຈີນ ປະຈຳ ສປປ ລາວ, ທ່ານ ມີໄຊ ສຸກຈະເລີນ ຮັກສາການຄະນະບໍດີຄະນະອັກສອນສາດ ມຊ, ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈຳ ສປປ ລາວ, ພ້ອມດ້ວຍ ອາຈານ-ນັກຮຽນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ໂຮງຮຽນມັດທະຍົມ ທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມ.
ຂ່າວ: ທະນູທອງ