ສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ແລະ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ຈະໄດ້ຈັດກິດຈະກໍາການແຂ່ງຂັນ ໃນຫົວຂໍ້ “ຄົນລາວຮ້ອງເພງຈີນ” ຄັ້ງທີ 4 ໃນລະຫວ່າງວັນທີ 22 ສິງຫາ-31 ຕຸລາ 2025 ເພື່ອເປັນການສົ່ງເສີມມິດຕະພາບອັນເປັນມູນເຊື້ອ ແລະ ສາຍພົວພັນແບບຄູ່ຮ່ວມຊາຕາກໍາ ສັງຄົມນິຍົມລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈີນ-ລາວ ທາງດ້ານສິລະປະວັດທະນະທໍາ.
ເງືອນໄຂຜູ້ສະໝັກ ຕ້ອງເປັນບຸກຄົນທີ່ຖືສັນຊາດລາວມາແຕ່ກໍາເນີດ ແລະ ດໍາລົງຊີວິດຢູ່ໃນ ສປປ ລາວ ປະກອບສໍາເນົາປຶ້ມສະມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ ແຈ້ງລາຍຊື່ ແລະ ນາມສະກຸນ ທີ່ຢູ່ປັດ ຈຸບັນ ເບີໂທຕິດຕໍ່ ຫຼື ອີ-ເມວ ມາຫາຄະນະຈັດການແຂ່ງຂັນ ໂດຍຮູບແບບການແຂ່ງຂັນແມ່ນ ອັດວິດີໂອຮ້ອງເພັງສົ່ງໃຫ້ ຄະນະຈັດຕັ້ງພາຍໃນ ວັນທີ 22 ສິງຫາ-14 ກັນຍາ 2025 ວັນທີ 15 ກັນຍາ 2025 ຄະນະຈະຄັດເລືອກຜົນການແຂ່ງຂັນ ແລະ ແຈ້ງຜົນໃຫ້ກັບຜູ້ເຂົ້າຮອບຕໍ່ໄປ ວັນທີ 20-21 ກັນຍາ 2025 ຄັດເລືອກນັກຮ້ອງທີ່ສູນວັດທະນະທໍາ ຈີນ ປະຈໍາລາວ (ຮ້ອງເພັງຕົວຈິງ) ວັນທີ 28-30 ຕຸລາ 2025 ເຝິກ ຊ້ອມນັກຮ້ອງທີ່ຜ່ານການຄັດເລືອກ ຢູ່ສູນວັດທະນະທໍາຈີນ ວັນທີ 31 ຕຸລາ 2025 ຈັດພິທີແຂ່ງຂັນໃນຮອບຊິງຊະນະເລີດ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜູ້ຊະນະຈະໄດ້ຮັບລາງວັນດັ່ງນີ້: ລາງວັນຊະນະເລີດ ເງິນ 18 ລ້ານກີບ ພ້ອມໃບຢັ້ງຢືນ ມີ 1 ລາງວັນ ລາງວັນທີ 2 ເງິນ 10 ລ້ານ ກີບ ພ້ອມໃບຢັ້ງຢືນ ມີ 2 ລາງວັນ ລາງວັນທີ 3 ເງິນ 6 ລ້ານກີບ ພ້ອມ ໃບຢັ້ງຢືນມີ 3 ລາງວັນ ລາງວັນດີເດັ່ນ ເງິນ 3 ລ້ານກີບ ພ້ອມໃບຢັ້ງຢືນ ມີ 6 ລາງວັນ ແລະ ລາງວັນຂວັນໃຈມວນຊົນ ປີ້ຍົນ ພ້ອມໃບຢັ້ງຢືນ ມີ 1 ລາງວັນ (ກະຕິກາແມ່ນຄັດເລືອກຜ່ານຊ່ອງທາງອອນລາຍ ແລະ ທ່ານຜູ້ຊົມໃນຮອບຊິງຊະນະເລີດ).
ຜູ້ສົນໃຈສະມັກສາມາດສົ່ງວີດີໂອ ແລະ ຂໍ້ມູນສ່ວນຕົວ ຫາ ອີ-ເມວ: Keovichit.noy@gmail.com & thitsavath@gmail.com.


