ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນອາຊີ-ອາຟຣິກາຂອງວິທະຍຸໂທລະພາບສູນກາງຈີນ ຫລືCMG ແລະຄະນະໂຄສະນາອົບຮົມຂອງຄະນະພັກນະຄອນອູຮັ້ນ ສປ ຈີນ ຈັດກິດຈະກໍາພາຍໃຕ້ຫົວຂໍ້ ທ່ຽວຊົມປະເທດຈີນ ຊອກຮູ້ອູຮັ້ນ ຫລື China Walk Discover WuHan

May 8, 2025

ສູນອາຊີ-ອາຟຣິກາຂອງວິທະຍຸໂທລະພາບສູນກາງຈີນ ຫລືCMG ແລະຄະນະໂຄສະນາອົບຮົມຂອງຄະນະພັກນະຄອນອູຮັ້ນ ສປ ຈີນ ຈັດກິດຈະກໍາພາຍໃຕ້ຫົວຂໍ້ ທ່ຽວຊົມປະເທດຈີນ ຊອກຮູ້ອູຮັ້ນ ຫລື China Walk Discover WuHan ລະຫວ່າງວັນທີ 6-14 ພຶດສະພາ 2025 ເຊິ່ງພິທີເປີດກິດຈະກຳຢ່າງເປັນທາງການຈັດຂຶ້ນໃນຕອນແລງຂອງວັນທີ 7 ພຶດສະພານີ້ ທີ່ນະຄອນອູຮັ້ນ ໂດຍມີທ່ານ ອູຊາວອ່ານ ຄະນະປະຈໍາ, ຫົວໜ້າຄະນະໂຄສະນາອົບຮົມຂອງຄະນະພັກນະຄອນອູຮັ້ນ, ທ່ານ ອ່ານສຽວຢວີ ຫົວໜ້າສູນອາຊີ-ອາຟຣິກາ CMG ທ່ານ ຈິນດາວົງ ໄຊຍະສິນ ທີ່ປຶກສາສຶກສາ ແລະ ວັດທະນະທຳຂອງສະຖານທູດລາວປະຈຳຈີນ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ແລະສື່ມວນຊົນຈາກ 6 ປະເທດຄື: ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ, ເນປານ ແລະ ຕຸຣາເຄຍເຂົ້າຮ່ວມ.
ທ່ານ ອ່ານສຽວຢວີ ຫົວໜ້າສູນອາຊີ-ອາຟຣິກາ ຂອງວິທະຍຸໂທລະພາບສູນກາງຈີນ ກ່າວວ່າ: ປີ 2025 ນີ້, ກິດຈະກໍາ “ທ່ຽວຊົມປະເທດຈີນ” ແມ່ນເລີ່ມຕົ້ນຈາກນະຄອນອູຮັ້ນ, ທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ, ການປົກປັກຮັກສາລະບົບນິເວດ, ວິທະຍາສາດເຕັກໂນໂລຊີທີ່ທັນສະ ໄໝ, ທັງເປັນຈຸດເຊື່ອມໂຍງດ້ານຄົມມະນາຄົມທີ່ສໍາຄັນນັບແຕ່ສະໄໝບູຮານເປັນຕົ້ນມາ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມທັນສະໄໝແບບຈີນໃນປັດຈຸບັນ. ສະເພາະປີ 2024 ຜ່ານມາໄດ້ຈັດກິດຈະກຳລາຍງານຂ່າວຮ່ວມທີ່ມີຫົວຂໍ້ “ທ່ຽວຊົມປະເທດຈີນ” ຢູ່ 11 ແຂວງ ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ ໂດຍໄດ້ເຊີນສື່ມວນຊົນ ແລະ ສິລະປິນຈໍານວນຮ້ອຍກວ່າທ່ານທີ່ມາຈາກ 23 ປະເທດໃນອາຊີ-ອາຟຣິກາເຂົ້າຮ່ວມກິດຈະກຳນີ້ ເພື່ອສ່ອງແສງໃຫ້ເຫັນເຖິງຊີວິດການເປັນຢູ່ຂອງປະຊາຊົນຈີນຜ່ານພາບວິດີໂອ, ບົດກາບກອນ, ຮູບແຕ້ມ ແລະບົດເພງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງໂສມໜ້າທີ່ຊີວິດຊີວາຂອງຄວາມທັນສະໄໝແບບຈີນ.
ທ່ານ ຈິນດາວົງ ໄຊຍະສິນ ທີ່ປຶກສາດ້ານການສຶກສາ ແລະ ວັດທະນະທຳຂອງສະຖານທູດລາວປະ ຈຳຈີນ ຢັ້ງຢືນວ່າ: ກິດຈະກຳນີ້ມີຄວາມສໍາຄັນຫລາຍ ແລະຊຸກຍູ້ໃຫ້ສື່ມວນຊົນລາວ ແລະຈີນກໍ່ຄືບັນດາປະເທດທີ່ເຂົ້າຮ່ວມ ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນທີ່ທັນສະໄໝໃນຂົງເຂດສື່ມວນຊົນຮ່ວມກັນ ເພື່ອສ້າງພື້ນຖານທີ່ເຂັ້ມແຂງໃຫ້ແກ່ການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຈີນໃຫ້ແໜ້ນແຟ້ນຍິ່ງຂື້ນ.
ສໍາລັບກິດຈະກໍາທ່ຽວຊົມປະເທດຈີນໃນຄັ້ງນີ້ສື່ມວນຊົນຈາກ 5 ປະເທດຄື: ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດຫວຽດນາມ, ສໍານັກຂ່າວສານຫວຽດ ນາມ, ວິທະຍຸ-ໂທລະພາບຮ່າໂນ້ຍຂອງຫວຽດນາມ, ໂທລະພາບແຫ່ງຊາດອິນໂດເນເຊຍ, ວິທະຍຸ-ໂທລະພາບແຫ່ງຊາດຕູຣາເຄຍ ແລະ ໂທລະພາບຊົນເຜົ່າໄທ ຈະໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສໍາຄັນທາງດ້ານປະຫວັດສາດ ແລະທໍາມະຊາດ, ສະພາບການພັດທະນາຊົນນະບົດ, ກະສິກຳ ລວມເຖິງການປົກປັກຮັກສາລະບົບນິເວດຂອງນະຄອນອູຮັ້ນຕື່ມອີກ.