ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສົ່ງເສີມການຫຼຸດຜ່ອນນຳໃຊ້ຖົງຢາງປາສຕິກໃນການຄ້າຂາຍ

Nov 13, 2024

ເຄືອຂ່າຍມະຫາວິທະຍາໄລຝຣັ່ງໂກໂຟນີ ປະຈຳ ສປປ ລາວ (AUF-Laos ຈັດພິທີເປີດໂຄງການສົ່ງເສີມຄວາມເປັນອິດສະຫຼະພາບທາງດ້ານເສດຖະກິດ ແລະ ຄວາມມຸ່ງໝັ້ນຂອງພໍ່ຄ້າແມ່ຄ້າຕໍ່ສິ່ງແວດລ້ອມໃນຕະຫຼາດຢູ່ລາວ ໃນວັນທີ 11 ພະຈິກ 2024 ທີ່ຕະຫຼາດໂນນຄໍ້, ເມືອງໄຊດເສດຖາ, ນະຄອນຫຼວງວຽງຈັນ.
ໂຄງການສົ່ງເສີມຄວາມເປັນອິດສະຫຼະພາບທາງດ້ານເສດຖະກິດ ແລະ ຄວາມຕ້ອງການຂອງພໍ່ຄ້າ-ແມ່ຄ້າຕໍ່ສິ່ງແວດລ້ອມໃນຕະຫຼາຢູ່ລາວໄດ້ຮັບງົບປະມານໃນການຈັດຕັ້ງປະຕິບັດໂຄງການ ຈາກກອງທຶນແນວຄິດລິເລີ່ມທ້ອງຖິ່ນຂອງປະເທດການາດາເຊິ່ງບໍລິຫານໂຄງການໂດຍຫ້ອງການອົງການ AUF ປະຈຳລາວ.
ໂຄງການນີ້ ມີຈຸດປະສົງເພື່ອສົ່ງເສີມການກຸ້ມຕົນເອງທາງດ້ານທຸລະກິດໃຫ້ແກ່ແມ່ຄ້າຂາຍເຄື່ອງຢູ່ຕະຫຼາດໃນລາວໂດຍສະເພາະຢູ່ຕະຫຼາດໂນນຄໍ້ທີ່ເປັນບ່ອນຈັດຕັ້ງປະຕິບັດໂຄງການ ທັງນີ້ກໍເພື່ອສົ່ງເສີມການຫຼຸດດຜ່ອນການນຳໃຊ້ຖົງຢາງປາສຕິກສະຕິກໃນການຄ້າຂາຍປະຈຳວັນຂອງເຂົາເຈົ້າໂດຍຜ່ານການຜະລິດຮູບເງົາສາລະຄະດີ ແລະ ສື່ສິ່ງພິມປົດສະເຕີໂຄສະນາທີ່ຈະສະແດງໃຫ້ເຫັນເຖິງກິດຈະກຳແລະຄວາມພະ ຍາຍາມໃນການຫຼຸດຜ່ອນການໃຊ້ຖົງຢາງປະລາສະຕິກໃນຕະລາດໂດຍຈະນຳເຜີຍຢູ່ແຜ່ຢູ່ຕະຫຼາດທາງສື່ໂທລະພາບ ແລະ ສັງຄົມອອນລາຍ.
ວຽກຕົ້ນຕໍຂອງໂຄງການປະກອບມີ ການຜະລິດຊຸດສາລະຄະດີຄະດີກ່ຽວກັບແມ່ຄ້າຂາຍເຄື່ອງຢູ່ຕະຫຼາດທີ່ມີສ່ວນຮ່ວມໃນການລຸດການຜ່ອນການນຳໃຊ້ຖົງຢາງປະລາສະຕິກໃນເວລາຂາຍສິນຄ້າ ໃນນັ້ນຈະມີການຈັດເຝິກອົບຮົມໃຫ້ແກ່ນັກສຶກສາ 10 ຄົນຈາກສະຖາບັນການສຶກສາຊັ້ນສູງຂອງລາວກ່ຽວກັບເຕັກນິກໃນການຖ່າຍທຳ ແລະ ຜະລິດຮູບເງົາສາລະຄະດີສັ້ນໂດຍຈະຈັດຂຶ້ນໂດຍກົງຢູ່ໃນຕະຫຼາດໂນນຄໍ້ເພື່ອໃຫ້ພວກເຂົາເຈົ້າໄດ້ຮຽນຮູ້ ແລະ ມີສ່ວນຮ່ວມກັບກິດຈະກຳຕົວຈິງໃນສະຖານທີ່ຖ່າຍທຳ ການຈັດເຝິກອົບຮົມສຳລັບແມ່ຄ້າຂາຍເຄື່ອງໃນຕະຫຼາດ 50 ຄົົນທີ່ສະໝັກໃຈເຂົ້າ ຮ່ວມເພື່ອຮຽນຮູ້ວິທີການເຮັດກິດທຸລະກິດທີ່ມີຄວາມຮັບຜິດຊອບ ແລະ ມີກຳໄລໂດຍການຫຼຸດຜ່ອນການນຳໃຊ້ຖົງຢາງປະລາສະຕິກໃນເວລາທີ່ເຂົາເຈົ້າຂາຍສິນຄ້າ ເພື່ອແມ່ຄ້າະສາມາດນຳຄວາມຮູ້ທີ່ໄດ້ໄປໃຊ້ໃນທຸລະກິດຂອງຕົນ ແລະ ເປັນຕົວຢ່າງທີ່ດີໃນການສ້າງຄວາມປ່ຽນແປງໃນຊຸມຊົນ.
ສໍາລັບໄລຍະການຈັດຕັ້ງປະຕິບັດ 4 ເດືອນ ເຊິ່ງໂຄງການດັ່ງກ່າວ ເປັນປະໂຫຍດຫຼາຍສຳລັບການສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ພໍ່ຄ້າ ແມ່ຄ້າຢູ່ຕະຫຼາດເຫັນໄດ້ຄວາມສຳຄັນຂອງການມີສ່ວນຮ່ວມກັນປົກປັກຮັກສາສິ່ງແວດລ້ອມດ້ວຍການລຸດຜ່ອນການນຳໃຊ້ຖົງຢາງປະລາສະຕິກເຊິ່ງຍັງຊ່ວຍໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ມີລາຍໄດ້ຕື່ມອີກ.
ຂ່າວ: ອົ້ນ, ວຽງຈັນໃໝ່