ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຂະບວນການປູກດອກໄມ້ປະດັບເສັ້ນທາງຍ່າງຊົມແຫຼ່ງທ່ອງທ່ຽວເຂດຕົວເມືອງເກົ່າ ເມືອງຜົ້ງສາລີ ແຂວງຜົ້ງສາລີ ເພື່ອກະກຽມຄວາມພ້ອມຕ້ອນຮັບປີທ່ອງທ່ຽວລາວ2024.

Nov 7, 2023

ໃນຕອນບ່າຍຂອງວັນທີ 6 ພະຈິກ 2023 ນີ້, ຂະແໜງທ່ອງທ່ຽວ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວແຂວງຜົ້ງສາລີ ໄດ້ສ້າງຂະບວນການປູກດອກໄມ້ປະດັບເສັ້ນທາງຍ່າງຊົມແຫຼ່ງທ່ອງທ່ຽວຕົວເມືອງເກົ່າ ຂອງເມືອງຜົ້ງສາລີ ໂດຍການນຳພາຂອງທ່ານ ບຸນຈັນ ເຈີເອີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີພະນັກ ງານວິຊາການພາຍໃນຂະແໜງທ່ອງທ່ຽວເຂົ້າຮ່ວມຢ່າງພ້ອມພຽງ.
ກິດຈະກຳປະດັບປະດາເຂດຕົວເມືອງເກົ່າເມືອງຜົ້ງສາລີ ແມ່ນກິດຈະກຳທີ່ນອນໃນແຜນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວແຂວງ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວແຂວງຜົ້ງສາລີໃນປີທ່ອງທ່ຽວລາວ 2024 ເຊິ່ງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໃນກິດຈະກຳດັ່ງກ່າວປະກອບມີ: ຕິດຕັ້ງປ້າຍຂໍ້ມູນຊີ້ບອກຈຸດທ່ອງທ່ຽວເຂດຕົວເມືອງເກົ່າ ຈຳນວນ 5 ຈຸດ, ປະດັບໂຄມໄຟແບບຊົນເຜົ່າຫໍ້ ຕາມເຮືອນບູຮານ ແລະ ສ້າງຈຸດຖ່າຍຮູບ ດ້ວຍການຕິດຕັ້ງໂຄມໄຟ ແລະ ປູກດອກໄມ້ ເພື່ອເຮັດໃຫ້ແຫຼ່ງທ່ອງທ່ຽວເຂດຕົວເມືອງເກົ່າມີສີສັນຂຶ້ນໃນປີທ່ອງທ່ຽວລາວ 2024. ກິດຈະກຳດັ່ງກ່າວນີ້ເປັນກິດຈະກຳຍ່ອຍທີ່ຍາດແຍ່ງທຶນໄດ້ຈາກໂຄງການສ້າງຄວາມທົນທານໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂົງເຂດຕົວເມືອງ ຫຼື EbA.
May be an image of 3 people, wind chime and text
May be an image of map, segway and text