ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຄວາມສາມາດ ໃນການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກ ໃນອະນາຄົດ

Oct 30, 2024

ກອງປະຊຸມວິຊາການດ້ານຊັບພະຍາກອນມະນຸດ ສາທາລະນະສຸກ ອາຊີ-ປາຊີຟີກ ຄັ້ງທີ 13 ຈັດຂຶ້ນໃນໃນວັນທີ 29-30 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ປະທານພັນທະມິດຊັບພະຍາກອນມະນຸດໃນຂົງເຂດ ອາຊີ-ປາຊີຟິກ ໂດຍມີໂດຍມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ປະເທດສະມາຊິກ 26 ປະເທດ, ພ້ອມທັງແຂກພາຍໃນປະເທດ ທີ່ມາຈາກພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ສະຖານການສຶກສາສາທາລະນະສຸກ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ກົມກອງອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມ.
ກອງປະຊຸມຈັດຂຶ້ນ, ເພື່ອສ້າງຄວາມສາມາດໃນການກະກຽມ ແລະ ການຕອບໂຕ້ ຂອງພະນັກງານສາທາລະນະສຸກ ແລະ ລະບົບສາທາລະນະສຸກ ເພື່ອການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກໃນອະນາຄົດຢ່າງມີປະສິດທິພາບ, ພ້ອມດຽວກັນກໍຮັກສາການເຮັດໜ້າທີ່ບໍລິການທີ່ຈໍາເປັນຢ່າງເປັນປົກກະຕິ; ມອບລາງວັນ ແລະ ຍ້ອງຍໍ ການມີສ່ວນຮ່ວມ ແລະ ຄວາມຄິດລິເລີ່ມທີ່ເປັນແບບຢ່າງ ໃນການກະກຽມຄວາມພ້ອມຕໍ່ເຫດການສຸກເສີນ ສາທາລະນະສຸກ; ເສີມສ້າງຂີດຄວາມສາມາດຂອງເຄືອຂ່າຍພັນທະມິດຊັບພະຍາກອນມະນຸດໃນຂົງເຂດ ອາຊີ-ປາຊີຟິກ (AAAH), ອໍານວຍຄວາມສະດວກໃນການຮ່ວມມື, ສັງລວມບັນດາຜົນສໍາເລັດຂອງແຕ່ລະປະເທດ ແລ້ວຈັດບູລິມະສິດໃນການຈັດຕັ້ງປະຕິບັດຂອງຂົງເຂດ ເພື່ອສ້າງພະນັກງານສາທາລະນະສຸກ ທີ່ສາມາດປັບຕົວໄດ້ຕໍ່ເຫດການສຸກເສີນ ທາງດ້ານສາທາລະນະສຸກ.
ກອງປະຊຸມໄດ້ມີການແລກປ່ຽນບົດຮຽນ, ສົນທະນາກ່ຽວກັບການວາງແຜນຕໍ່ການສ້າງຄວາມສາມາດໃນການກະກຽມ ແລະ ການຕອບໂຕ້ ຂອງພະນັກງານສາທາລະນະສຸກ ແລະ ລະບົບສາທາລະນະສຸກ ເພື່ອການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກ ໃນອະນາຄົດ ຢ່າງມີປະສິດທິພາບ, ພ້ອມດຽວກັນກໍຮັກສາການເຮັດໜ້າທີ່ບໍລິການທີ່ຈໍາເປັນຢ່າງເປັນປົກກະຕິ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ໄປຖອດຖອນບົດຮຽນ ຢູ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກ່ຽວກັບການກໍ່ສ້າງພະນັກງານໃນການຕອບໂຕ້ ຕໍ່ເຫດການສຸກເສີນ ທາງດ້ານສາທາລະນະສຸກໃນອະນາຄົດທີ່ອາດຈະເກີດຂຶ້ນ; ລົງຕິດຕາມເບິ່ງຄວາມພ້ອມຂອງສູນວິເຄາະ ແລະ ລະບາດວິທະຍາ, ສູນເລືອດແຫ່ງຊາດ, ໃນການກວດວິເຄາະ ແລະ ສະໜອງເລືອດ ຖ້າມີກໍລະນີເກີດເຫດການສຸກເສີນທາງດ້ານສາທາລະນະສຸກ ແລະ ໄປຢ້ຽມຢາມສຸກສາລາ ແລະ ບ້ານນາກຸງ ເມືອງໄຊທານີ ເພື່ອເບິ່ງການປະກອບສ່ວນຕໍ່ຊຸມຊົນໃນການຕອບໂຕ້ຕໍ່ເຫດການສຸກເສີນ.
ທີ່ມາ: ຂປລ