ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດີຈີຕອນໃຫ້ພະນັກງານໃນນະຄອນປາກເຊ

Nov 20, 2024

ໃນວັນທີ 19 ພະຈິກ 2024 ທີ່ສະໂມສອນນະຄອນປາກເຊແຂວງຈຳປາສັກ,ພະນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດ ແລະການຫັນເປັນດີຈີຕອນໃຫ້ແກ່ພະນັກງານພາຍໃນນະຄອນປາກເຊ,ໂດຍການເຂົ້າຮ່ວມຂອງທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ.
ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມສໍາຄັນຕໍ່ການຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມ ເປັນວຽກທີ່ມີບົດບາດ ແລະ ຄວາມຈໍາເປັນຢ່າງພາວະວິໄສ ໃນການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍເພື່ອຮັບປະກັນໃຫ້ແກ່ວຽກງານ ເສດ ຖະກິດ, ວັດທະນາທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນປະເທດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.
ກອງປະຊຸມ ໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະກຳມະການຄຸ້ມ ຄອງອິນເຕີເນັດແຂວງ ຈຳປາສັກ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະ ກຳ ມະການຂັ້ນແຂວງ ເພື່ອຫັນເປັນດີຈີຕອນ,ພ້ອມນໍາສະເໜີ ຫຼາຍຫົວຂໍ້ສຳຄັນເຊັ່ນ: ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການຫັນເປັນດີຈີຕ໋ອນຂອງແຂວງ ຈໍາປາ ສັກ,ສະຕິຕໍ່ການ ບໍ່ຖືກຫຼອກລວງທາງສື່ສັງຄົມອອນລາຍ,ການນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນພາກລັດ ແລະ ພາກເອກະ ຊົນ (ນໍາສະເໜີລະບົບ M-office ,ນໍາສະ ເໜີການນໍາໃຊ້ລະບົບຈົດໝາຍເອເລັກໂຕຣນິກຂອງ ລັດຖະບານ (E-mail), ແລະຝຶກນໍາໃຊ້ຕົວຈິງໄປພ້ອມ, ນຳສະເໜີການຕິດຕັ້ງ ແລະ ນໍາໃຊ້ ລະບົບການສື່ສານພາກລັດ ຈີ-ແຊັດ (G-Chat) ໃນໂທລະສັບມືຖື ແລະ ຄອມພິວເຕີ, ເເນະນໍາການ ການຕິດຕັ້ງ ແລະ ຫົວຂໍ້ສຳຄັນອື່ນໆອີກ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ