ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຄວາມເຂັ້ມແຂງວຽກງານສ້າງ ແລະ ປັບປຸງນິຕິກຳ

Nov 4, 2024

ກອງປະຊຸມສ້າງຄວາມເຂັ້ມແຂງກ່ຽວກັບວຽກງານສ້າງ ແລະ ປັບປຸງນິຕິກຳ ໃຫ້ພະນັກງານ-ລັດຖະ ກອນຂອງສະພາ ແຫ່ງ ຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ໂດຍການເປັນປະທານຂອງ ທ່ານ ປອ. ພູ ທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ; ເຂົ້າຮ່ວມມີຄະນະກົມ, ຄະນະພະ ແນກ, ພະນັກງານຈາກບັນດາກົມ ແລະ ສູນພາຍໃນ ສພຊ ແລະ ສພຂ ຈາກ 5 ແຂວງຄື: ນະຄອນຫຼວງວຽງຈັນ, ໄຊຍະບູລີ, ວຽງ ຈັນ, ບໍລິຄໍາໄຊ ແລະ ໄຊສົມບູນ ພ້ອມດ້ວຍແຂກຖືກເຊີນ.
ຈຸດປະສົງຂອງກອງປະຊຸມ ເພື່ອຍົກລະດັບຄວາມຮູ້ຄວາມ ສາມາດໃຫ້ແກ່ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າ ໃຈກ່ຽວກັບວຽກງານສ້າງ ແລະ ປັບປຸງນິຕິກຳ ທັງເປັນການແລກ ປ່ຽນບົດຮຽນເຊິ່ງກັນແລະກັນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງການເປັນເສນາທິການໃນການສ້າງນິຕິກຳຂັ້ນແຂວງ, ວຽກງານປິ່ນອ້ອມໃຫ້ຄະນະນຳຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນ;ບັນດາເນື້ອໃນ ແລະ ຫົວຂໍ້ທີ່ຈະໄດ້ຮັບຟັງ ແລະ ສົນທະນາກັນນັ້ນ ເປັນຫົວຂໍ້ກ່ຽວກັບການຈັດຕັ້ງປະຕິບັດຕົວຈິງ ເຊິ່ງຈະໄດ້ມີການແລກ ປ່ຽນ ແລະ ລະດົມຄຳເຫັນຕໍ່ໜ້າທີ່ວຽກງານດ້ານຕ່າງໆ ເພື່ອຊອກໃຫ້ເຫັນວິທີການ ແລະ ມາດຕະການແກ້ໄຂດ້ານອ່ອນໃນໄລ ຍະຜ່ານມາ ເພາະຈະນຳມາເປັນພື້ນຖານໃນການຄົ້ນຄວ້າ, ພິຈາລະ ນາ ແລະ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ປາກົດຜົນເປັນຈິງ.
ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດກ່ຽວກັບຂະ ບວນການ ແລະ ວິທີການໂຮມນິຕິກຳ, ຫຼັກການ ແລະ ຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ, ເຕັກນິກ ແລະ ວິທີການຄົ້ນຄວ້າເນື້ອໃນຂອງນິຕິກຳ, ຂັ້ນຕອນການສ້າງ ແລະ ປັບປຸງນິຕິກຳ, ການ ເຮັດບົດບັນທຶກ ແລະ ບົດລາຍງານຕໍ່ກອງປະຊຸມຄະນະປະຈຳສະ ພາແຫ່ງຊາດ; ຈາກນັ້ນ, ໄດ້ຈັດເປັນກຸ່ມເພື່ອຄົ້ນ ຄວ້າ ແລະ ລາຍ ງານຜົນຂອງການຄົ້ນຄວ້າ.
ກອງປະຊຸມຈັດຂຶ້ນລະຫວ່າງວັນທີ 31 ຕຸລາ – 02 ພະຈິກ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ.
ຂ່າວ: ນາງ ສຸພາວັນ ຫອມສະນິດ