ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຄວາມເຂັ້ມແຂງໃຫ້ພະນັກງານກຳມະບານ ກ່ຽວກັບສຸຂະພາບ ແລະ ການປົກປ້ອງສັງຄົມ

Jan 15, 2025

ກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ຮ່ວມກັບອົງການແຮງງານສາກົນ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານກຳມະບານ ກ່ຽວກັບສຸຂະພາບ ແລະ ການປົກປ້ອງສັງຄົມ ໃນລະຫວ່າງວັນທີ 15-16 ມັງກອນ 2025 ຢູ່ທີ່ໂຮງແຮມ ຄລາວພາຊາ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ນາງ ແມເຣຍ ພີ ກົວແຊດ ຜູ້ຈັດການໂຄງການປົກປ້ອງສັງຄົມທາງດ້ານສູຂະພາບ ອົງການແຮງງານສາກົນ, ມີແຂກຮັບເຊີນຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສາທາລະນະສຸກ, ບັນດາສະຫະພັນກຳມະບານແຂວງ, ນະຄອນຫລວງວຽງຈັນ, ເມືອງ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ທີ່ມາ: ສື່ກຳມະບານລາວ