ຊຸດຝຶກອົບຮົມ ໃຫ້ກັບພະນັກງານຫລັກແຫລ່ງ ຂອງອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 12 ພະຈິກ 2024 ທີ່ມະຫາວິທະຍາໄລກວາງຊີ, ໜານໜີງ ສປ ຈີນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ຊູ ກວາງເຢົ້າ ຄະນະບໍດີ ຄະນະນິຕິສາດ ມະຫາວິທະຍາໄລກວາງຊີ, ມີຄະນະອຳນວຍການ, ການນຳຂັ້ນພະແນກ, ພະນັກງານຫລັກແຫລ່ງ, ບັນດາຄູອາຈານ ແລະ ພະນັກງານທັງໝົດ ຂອງມະຫາວິທະຍາໄລກວາງຊີ ສປ ຈີນ ແລະ ສຳມະນາກອນ ຈາກໄອຍະການ ແຫ່ງ ສປປ ລາວ ເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້, ໄດ້ເນັ້ນໃສ່ບັນດາຫົວຂໍ້ທີ່ກ່ຽວພັນກັບ ວຽກງານໄອຍະການປະຊາຊົນ ແລະ ວຽກງານການປົກຄອງປະເທດແບບສີສັນ ຂອງພັກກອມມູນິດຈີນ ເຊັ່ນ: ແນວຄວາມຄິດການປົກຄອງປະເທດ ຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ, ທີ່ຖືເອົາການພັດທະນາແນວຄວາມຄິດຂອງປະຊາຊົນເປັນຫລັກໃນການພັດທະນາປະເທດຊາດ, ຖອດຖອນບົດຮຽນກ່ຽວກັບ ພາລະບົດບາດຂອງອົງການໄອຍະການປະຊາຊົນ ສປ ຈີນ, ໃນການປະຕິບັດສິດ ຕິດຕາມກວດກາການດຳເນີນຄະດີຂອງອົງການອົງການສືບສວນ-ສອບສວນຕ່າງໆຕາມກົດໝາຍ, ຖອດຖອນບົດຮຽນໃນການປັບປຸງບັນດາແມ່ບົດກົດໝາຍ ຫລື ລັດຖະທຳມະນູນ ໂດຍສະເພາະການປັບປຸງໂຄງປະກອບການຈັດຕັ້ງ ຂອງລະບົບອົງການໄອຍະການປະຊາຊົນ ສປ ຈີນ ໃນແຕ່ລະໄລຍະ, ການກວດກາການດຳເນີນຄະດີອາຍາແບບສີສັນຂອງຈີນ, ການດຳເນີນຄະດີແພ່ງການຄ້າສາກົນແບບສີສັນຂອງຈີນ, ການສັ່ງຟ້ອງຄະດີທີ່ເປັນສີສັນຂອງ ສປ ຈີນ ແລະ ລະບົບການສັ່ງຟ້ອງເພື່ອສາທາລະນະຂອງ ສປ ຈີນ.
ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ເນັ້ນໃຫ້ສຳມະນາກອນ ໃຫ້ເອົາໃຈໃສ່ຖອດຖອນບົດຮຽນ, ເຕັກນິກວິຊາການນຳບັນດາຄູ-ອາຈານທີ່ຊ່ຽວຊານ ແລະ ມີປະສົບການ, ພ້ອມທັງແລກປ່ຽນປະກອບຄຳຄິດເຫັນ ບັນດາອົງການປະຕິບັດກົດໝາຍ, ຊຶ່ງເຮັດໃຫ້ສຳມະນາກອນມີຄວາມເຂົ້າໃຈເລິກເຊິ່ງ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວງກງານຕົວຈິງ ແລະ ມີປະສິດທິພາບສູງ.
ຂ່າວ-ພາບ: ອອປສ





