ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຍີ່ຫໍ້ ແກ່ສິນຄ້າພາຍໃນ ໃຫ້ຜູ້ປະກອບການ ຢູ່ແຂວງຈຳປາສັກ

Mar 12, 2025

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ຈັດຝຶກອົບຮົມ ກ່ຽວກັບການສົ່ງເສີມຜູ້ຜະລິດ ແລະ ຜູ້ປະກອບການ ທຸລະກິດຂະໜາດກາງ-ຂະໜາດນ້ອຍ (SMEs) ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ໃນການສ້າງຍີ່ຫໍ້ ໃຫ້ແກ່ສິນຄ້າພາຍໃນ ໃນວັນທີ 11 ມີນາ 2025 ທີ່ແຂວງຈຳປາສັກ ໂດຍມີ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ພ້ອມດ້ວຍພະນັກງານຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ເມືອງ, ບັນດາຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ສິນຄ້າ ODOP ເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້, ເປັນກິດຈະກໍາໜຶ່ງທີ່ນອນຢູ່ໃນແຜນພັດທະນາຊັບສິນທາງປັນຍາ ຂອງກົມຊັບສິນທາງປັນຍາ ກ່ຽວກັບການສົ່ງເສີມສ້າງຈິດສໍານຶກ ໃຫ້ກຸ່ມຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ສິນຄ້າ ODOP ໃຫ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ໃນການສ້າງຍີ່ຫຍໍ້ຂອງຕົນເອງ ເພື່ອເພີ່ມມູນຄ່າຂອງສິນຄ້າ ທັງເປັນການສື່ສານ ແລະ ເຂົ້າເຖິງກຸ່ມຜູ້ບໍລິໂພກ ເຮັດໃຫ້ເຂົ້າໃຈຈຸດປະສົງເປົ້າໝາຍຂອງທຸລະກິດ, ຈໍາແນກໄດ້ທຸລະກິດເຮົາກັບທຸລະກິດຂອງຄົນອື່ນ ຮັບຮູ້ໄດ້ອີກຍີ່ຫໍ້ຂອງເຮົາມາແຕ່ໃສໃຜເປັນຜູ້ເຮັດ, ຄຸນນະພາບຂອງສິນຄ້າ ມີປະມານໃດໃນຍີ່ຫໍ້ ສິ່ງທີ່ສໍາຄັນແມ່ນເຄື່ອງໝາຍການຄ້າ ທີ່ເຮົາສາມາດປົກປ້ອງໄດ້ ໂດຍການຈົດທະບຽນຊັບສິນທາງປັນຍາ ເພື່ອໄດ້ສິດໃນການປົກປ້ອງເຄື່ອງໝາຍການຄ້າ ພາຍໃຕ້ກົດໝາຍຊັບສິນທາງປັນຍາ. ພ້ອມນັ້ນ, ຍັງສ້າງຄວາມເຂັ້ມແຂງ ໃຫ້ພາກທຸລະກິດ ໂດຍສະເພາະ ຜູ້ຜະລິດສິນຄ້າພື້ນບ້ານ ໃຫ້ສາມາດນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນການສ້າງມູນຄ່າເພີ່ມແກ່ສິນຄ້າ ເພື່ອເປັນການເຂົ້າເຖິງຕະຫລາດ ແລະ ສ້າງຄວາມອາດສາມາດ ໃນການແຂ່ງຂັນ ແກ່ທຸລະກິດ SMEs ແລະ ສິນຄ້າ ODOP ໄດ້ ທັງນີ້ກໍເພື່ອເປັນການຜັນຂະຫຍາຍນະໂຍບາຍຂອງລັດຖະບານ ກໍຄື ວາລະແຫ່ງຊາດເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ຂອງ ສປປ ລາວ.
ການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ຈາກຊ່ຽວຊານຂອງກົມ, ຄໍາປຶກສາແບບໂຕຕໍ່ໂຕ ໂດຍເລືອກເອົາ 5 ບໍລິສັດ ທີ່ສົນໃຈ ໂດຍມີການແນະນໍາລະອຽດ ແລະ ຊ່ວຍພັດທະນາຈົນໄດ້ຮັບການຈົດທະບຽນ ເຄື່ອງໝາຍການຄ້າ ໃນຂັ້ນຕອນຕໍ່ໄປ.
ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ