ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງລາຍຮັບ 1,2 ຕື້ກີບ ຕໍ່ປີຍ້ອນການລ້ຽງໝູເປັນສິນຄ້າ

Feb 28, 2025

ທ່ານ ຈອກ ພົນທະລາຊາ,ພະນັກງານຢູ່ເມືອງໝື່ນ ແຂວງວຽງຈັນ ໄດ້ລາຍງານໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໝື່ນ ຄັ້ງທີ IV ໃນວັນທີ 18 ກຸມພານີ້ວ່າ: ໃນເມື່ອກ່ອນຄອບຄົວຂອງຕົນແມ່ນເຮັດນາປູກເຂົ້າ ແລະ ຄ້າຂາຍ ໂດຍເປັນພໍ່ຄ້າຮັບຊື້ຜົນຜະລິດກະສິກຳ ໃຫ້ກັບແມ່ຄ້າຕ່າງເມືອງ, ຕ່າງແຂວງ, ແຕ່ບໍ່ກຸ້ມກິນ. ຈຶ່ງໄດ້ຫັນມາປະກອບອາຊີບລ້ຽງໝູຂາຍ ເພື່ອສ້າງລາຍຮັບເພີ່ມ ໃນເບື້ອງຕົ້ນໄດ້ທົດລອງລ້ຽງ ໂດຍຊື້ລູກໝູຈໍານວນ 15 ໂຕ, ຜ່ານການລ້ຽງເຫັນວ່າໝູ່ໃຫຍ່ໄວ, ການຂາຍກໍສະດວກ ຈຶ່ງໄດ້ຊື້ພໍ່ແມ່ພັນໝູເພີ່ມ ເພື່ອປະສົມພັນ ເອົາລູກໝູນ້ອຍລ້ຽງເອງ ໂດຍມີຫ້ອງການກະສິກຳ ລົງມາຊຸກຍູ້ຕິດຕາມຢ່າງໃກ້ຊິດຕະຫລອດ.
ທ່ານ ຈອກ ພົນທະລາຊາ ກ່າວຕື່ມວ່າ: ໃນປີ 2020 ຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງ ໄດ້ແນະນໍາໃຫ້ຜູ້ລ້ຽງໝູຕັ້ງເປັນກຸ່ມລ້ຽງ ເພື່ອສະດວກໃນການຕິດຕາມຊຸກຍູ້, ເຊິ່ງຄອບຄົວຂອງຕົນ ໄດ້ຖືກຄັດເລືອກເປັນຫົວໜ້າກຸ່ມລ້ຽງໝູ ໂດຍມີສະມາຊິກທັງໝົດ 05 ຄົນ, ມີໝູ 360 ໂຕ.
ພ້ອມນີ້, ໄດ້ຊື້ແມ່ພັນໜູເຂົ້າຕື່ມອີກ 15 ແມ່ ເຮັດໃຫ້ການ ລ້ຽງໝູໃນປີໜຶ່ງລ້ຽງໄດ້ 300 ໂຕ, ໂຕລະ 4 ລ້ານກີບ, ລວມຍອດລາຍຮັບຕໍ່ປີແມ່ນ 1,2 ຕື້ກີບ. ປັດຈຸບັນ, ຄອບຄົວຂອງຕົນໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ມີເຮືອນຢູ່ແໜ້ນໜາຖາວອນ, ມີລົດຈັກ, ລົດໃຫຍ່, ມີດິນສວນ, ຟາມໝູ, ສາມາດສົ່ງລູກໄປຮຽນໜັງສືຕ່າງເມືອງຕ່າງແຂວງໄດ້ ແລະ ຍັງມີເງິນເກັບຈຳນວນໜຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເທື່ອລະກ້າວ.